ມາສເຕີ້ ເຊເວັ້ນ ຄວ້າແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ 2024 LAO WOMEN'S LEAGUE 2024

07/09/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການແຂ່ງຂັນກິລາບານເຕະ ການແຂ່ງຂັນບານເຕະ ລາວລີກ ຍິງ 2024 LAO WOMEN'S LEAGUE 2024 ຂື້ນເມື່ອ ວັນທີ 07 ກັນຍາ 2024 ຢູ່ທີ່ສະຫນາມສູນຝຶກສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 15 ມິຖຸນາ 2024.

 ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2024 ( Lao Women's League 2024) ມີ10 ທີມ ເຂົ້າຮ່ວມປະກອບມີ:

1. ກອງທັບ

2. ນ້ຳທາ

3. ຈຳປາສັກ

4. ຫຼວງພະບາງ

5. ມາສເຕີ້ ເຊເວັ້ນ

6. ທ່າຊ້າງ

7. ເອັສອີຊີ

8. ປາກຊັນ

9. ມະຫາວິທະຍາໄລແຫ່ງຊາດລາວ

10. ວຽງຈັນ

          ການແຂ່ງຂັນຄັ້ງນີ້ໄດ້ນຳໃຊ້ 8 ສະຫນາມຄື: ກິລາແຫ່ງຊາດຫຼັກ 16 ສະຫນາມໃນ, ກິລາແຫ່ງຊາດຫຼັກ 16 ສະຫນາມນອກ,ສູນຝຶກຫ້ວຍຫົງ ( 2 ສະຫນາມ),ກິລາກາງມະຫາວິທະຍາໄລແຫ່ງຊາດລາວ,ກິລາກອງທັບ ຫຼັກ 5,ກິລາກອງບັນຊາການທະຫານແຂວງວຽງຈັນ ແລະສະຫນາມກິລາສະຖານບັນກິລາ-ກາຍຍະກຳ ( ສີເກີດ ).

 ສະຫລຸບຜົນການແຂ່ງຂັນ ອັນດັບ 1 ມາສເຕີ້ ເຊເວັ້ນ ໄດ້ຮັບຂັນແຊັມພ້ອມເງິນລາງວັນ 300 ລ້ານກີບ ເຊິ່ງເປັນແຊ້ມປະຫວັດສາດຂອງ ສະໂມສອນ , ອັນດັບ 2 ກອງທັບ ໄດ້ຮັບເງິນ 100 ລ້ານກີບ, ອັນດັບ 3 ຫຼວງພະບາງ ໄດ້ຮັບເງິນ 50 ລ້ານກີບ, ອັນດັບ 4 ເອັສອີຊີ , ອັນດັບ 5 ທ່າຊ້າງ, ອັນດັບ 6 ຈຳປາສັກ, ອັນດັບ 7 ມຊ, ອັນດັບ 8 ນໍ້າທາ, ອັນດັບ 9 ປາກຊັນ ແລະ ອັນດັບ 10 ວຽງຈັນ. ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນມີ: ລາງວັນນັກກິລາທີ່ຍິງປະຕູສູງສຸດ ແລະ ລາງວັນນັກກິລາດີເດັ່ນ ແມ່ນ ໃຈຄຳ ໄຊຍະປະເສີດ ຈາກ ສະໂມສອນ ບານເຕະ ມາສເຕີ້ ເຊເວັ້ນ ລົງສະຫນາມ 18 ນັດ ຍິງໄດ້ 42 ປະຕູ ໄດ້ຮັບຂັນລາງວັນ, ລາງວັນຜູ້ຮັກສາປະຕູດີເດັ່ນ ລີ່ນ້າ ລັດສະຫມີ ຈາກ ສະໂມສອນ ບານເຕະ ຫຼວງພະບາງ ເສຍ 8 ປະຕູ ຈາກການລົງສະຫນາມ 18 ນັດ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ລາງວັນ ຄູຝຶກດີເດັ່ນ ທ່ານ ຕົ້ນ ເພັດເພັງທອງ ຈາກ ສະໂມສອນ ບານເຕະ ມາສເຕີ້ ເຊເວັ້ນ ໄດ້ຮັບຂັນລາງວັນ 1 ໜວ່ຍ.

ເຂົ້າຮ່ວມພິທີປິດມີ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ພັທ ຖາວອນ ຫຼວງຈັນດາວົງ, ທ່ານ ປອ ບຸນຍູ້ ສີສານ, ທ່ານ ດຣ ໄຊຊະນະ ທອງຄຳຈັນ, ທ່ານ ນ.ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍ ທ່ານ ທອນແກ້ວ ສີຫາວົງ ຕົວແທນຈາກ ບໍລິສັດ ລາວໂທລະຄົມ ມະຫາຊົນ ຈຳກັດ ແລະ ບັນດາແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນ.