Salavan Football Federation

Salavan Football Federation

Location:

Salavan Province

Manager:

ທ່ານ ຄົມເພັດ ສຸເທບມະນີ

News about Salavan Football Federation

News Cover

ທະຫານແຂວງເປັນທີມນຳລາວລີກ 2 ແຂວງສາລະວັນ

19/08/2024

             ການແຂ່ງຂັນບານເຕະ ລາຊາ ສະປອດ ສາລະວັນ ລາວລີກ 2 ປະຈຳປີ 2024ທີ່ແຂວງສາລະວັນ ມີ ທີມເຂົ້າຮ່ວມທັງຫມົດ 6 ທີມ ຄື: ສະໂມສອນ ບານເຕະ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດວັນໃຫມ່ ເອັຟຊີິ ( ສ.ສ.ງ. ວັນໃຫມ່ ) , ສະໂມສອນ ບານເຕະ ສາລະວັນ ເອັຟຊີ, ສະໂມສອນ ບານເຕະ ເລົ່າງາມ ວິລະຊົນ ເອັຟຊີ, ສະໂມສອນ ບານເຕະ ທະຫານແຂວງສາລະວັນ, ສະໂມສອນ ບານເຕະ ໂຮງຫມໍ ແຂວງສາລະວັນ ແລະ ສະໂມສອນ ບານເຕະໃຫຍ່ ໂຕໂຢຕ້າ ເອັຟຊີ,ເຊິ່ງຮູບແບບການແຂ່ງຂັນແມ່ນແຂ່ງຂັນ 2 ຮອບ ແບບໄປ-ກັບ.

             ຜົນການແຂ່ງຂັນໃນອາທິດທີ 4 ວັນເສົາ 17 ສິງຫາ 2024 ສະໂມສອນ ບານເຕະ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດວັນໃຫມ່ ເອັຟຊີິ ຊະນະ ສະໂມສອນ ບານເຕະ ສາລະວັນ ເອັຟຊີ 5-3,ສະໂມສອນ ບານເຕະ ເລົ່າງາມ ວິລະຊົນ ສະເຫມີ ສະໂມສອນ ບານເຕະ ທະຫານແຂວງ 0-0, ສະໂມສອນ ບານເຕະ ໂຮງຫມໍແຂວງ ເສຍໃຫ້ ສະໂມສອນ ບານເຕະ ໃຫຍ່ ໂຕໂຢຕ້າ 1-2.

ສະຫລຸບຕາຕະລາງຄະແນນ,ອັນດັບໜຶ່ງແມ່ນທະຫານແຂວງ ແຂ່ງຂັນ 4 ນັດ ຊະນະ 3 ນັດ ສະເຫມີ 1 ມີ 10 ຄະແນນ, ອັນດັບ 2 ເລົ່າງາມ ແຂ່ງຂັນ 4 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ມີ 8 ຄະແນນ, ອັນດັບ 3 ສສງ ວັນໃຫມ່ ແຂ່ງຂັນ 4 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 7 ຄະແນນ, ອັນດັບ 4 ໃຫຍ່ ໂຕໂຢຕ້າ ແຂ່ງຂັນ 4 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 4 ຄະແນນ, ອັນດັບ 5 ສາລະວັນ ແຂ່ງຂັນ 4 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 2 ຄະແນນ ແລະ ອັນດັບ 6 ໂຮງຫມໍແຂວງ ແຂ່ງຂັນ 4 ນັດ ສະເຫມີ 1 ເສຍ 3 ນັດ ມີ 1 ຄະແນນ.

              ສຳລັບສະໂມສອນທີ່ຊະນະເລີດ ການແຂ່ງຂັນບານເຕະ ລາຊາ ສະປອດ ສາລະວັນ ລາວລີກ 2 ປະຈຳປີ 2024 ຈະໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ ຊິງຂັນພະນະທ່ານ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/25 ໃນຖານະສະໂມສອນຊະນະເລີດການແຂ່ງຂັນ ລາວລີກ 2 ເຊິ່ງຈະເລີ່ມການແຂ່ງຂັນໃນທ້າຍປີ 2024 ນີ້.