ດາໝົດ ທອງຄຳສະຫວັດ ເຊັນສັນຍາຮ່ວມທີມ ແທັງຮວາ ທີມໃນລີກສູງສຸດຂອງຫວຽດນາມ (V-League)
ເຟສບຸກຂອງ ສະໂມສອນບານເຕະ ເອສະຣາ ແລະ ສະໂມສອນ ສະໂມສອນບານເຕະ ແທັງຮວາ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ:ສະໂມສອນບານເຕະ ເອສະຣາ ແຊ້ມລີກສູງ ເປບຊີ ລາວລີກ 1 ລະດູການ 2024/2025 ແລະແຊ້ມລີກສູງສຸດຂອງລາວທີ່ຊະນະເລີດຂັນນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ລະດູການນີ້ໄດ້ບັນລຸຂໍ້ຕົກລົງແລະເຊັນສັນຍາກັບສະໂມສອນບານເຕະ ແທັງຮວາ (Thanh Hoa FC) ທີມໃນລີກສູງສຸດຂອງຫວຽດນາມ (V-League)ໃຫ້ດາໝົດ ທອງຄຳສະຫວັດ ( ແຮ໋ມ )ກອງກາງທີມຊາດລາວ ໄວ 20 ປີ ຂອງສະໂມສອນເອສະຣາໄປຫຼີ້ນໃຫ້ກັບສະໂມສອນບານເຕະ ແທັງຮວາ.
ດາຫມົດ ທອງຄຳສະຫວັດ ເກີດວັນທີ 03 ເມສາ 2004 ຢູ່ທີ່່ບ້ານຈັດສັນ ນະຄອນປາກເຊ ແຂວງຈຳປາສັກ, ລວງສູງ 175 ຊັງຕີແມັດ ແລະ ນໍ້າຫນັກ 61ກລ ຈຸດເລີ່ມຕົ້ນການເຕະບານຂອງ ດາຫມົດ ແມ່ນເລີ້ມຫລິ້ນເຕະບານໃນອາຍຸ 10 ປີ ໂດຍສະໂມສອນ ທຳອິດ ແມ່ນ ອາຄາເດີມີ ໄອດີຊີ ຈຳປາສັກ ອາຈານຄົນທຳອິດ ແມ່ນ ອຈ ຄຳຕັນ ປິ່ນແກ້ວ ແລະ ອຈ ແຂກ ວິລະສິດ ສຸນາແກ້ວວົງສາ ເປັນຜູ້ສິດສອນໃຫ້ຈົນກ້າວມາເປັນນັກກິລາທີມຊາດລາວ ໃນຮຸ່ນເຍົາວະຊົນ, ຈາກນັ້ນແມ່ນຕິດທີມປະສົມແຂວງຈຳປາສັກ ຊຸດເຂົ້າຮ່ວມ ການແຂ່ງຂັນບານເຕະ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແມ່ນພາທີມແຂວງຈຳປາສັກ ຄວ້າແຊ້ມລາຍການດັ່ງກ່າວ, ຈາກນັ້ນໃນປີ 2021 – 2022 ແມ່ນຫລິ້້ນໃຫ້ກັບ ສະໂມສອນ ບານຕະຈຳປາສັກ ເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ແລະ ປີິ 2023 – 2025 ແມ່ນຍ້າຍມາຮ່ວມສະໂມສອນ ບານເຕະ ເອສະຣາ ໂດຍໃນລະດູການ 2024/2025 ຜົນງານເດັ່ນກັບຕົ້ນສັງກັດ ສາມາດຊ່ວຍທີມສ້າງປະຫວັດສາດຄວ້າ 2 ແຊ້ມໃນລະດູການນີ້ ພ້ອມຄວ້າລາງວັນນັກເຕະດີເດັ່ນຂອງ ລາວລີກ 1 ດ້ວຍຜົນງານ 7 ປະຕູ 4 ແອັສຊິສ.
ສ່ວນຜົນງານລະດັບທີມຊາດລາວ ດາຫມົດ ຕິດທີມຊາດລາວໃນຫລາຍຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 16 ປີ, ຮຸ່ນອາຍຸບໍ່ເກີນ 19 ປີ ( ໄດ້ຮອງແຊ້ມອາຊຽນ ) , ຮຸ່ນອາຍຸບໍ່ເກີນ 23 ປີ ແລະ ຕິດທີມຊາດລາວ ຊຸດໃຫຍ່ ໃນປີ 2022.
ດາຫມົດ ຍັງກ່າວຕື່ມວ່ານັດທີ່ປະທັບໃຈໃນການຫລິ້ນທີມຊາດລາວ ແມ່ນນັດຮອບຮອງຊະນະເລີດ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮູ່ນອາຍຸບໍ່ເກີນ 19 ປີ 2022 ຮອບຮອງຊະນະເລີດ ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0 ໂດຍນັດດັ່ງກ່າວຜູ້ກ່ຽວຍິງໄດ້ 1 ປະຕູ.
ດາຫມົດ ທອງຄຳສະຫວັດ ໄດ້ກ່າວສະແດງຄວາມຮູ້ສຶກທີ່ໄດ້ຍ້າຍມາຮ່ວມ ສະໂມສອນບານເຕະ ແທັງຮວາ (Thanh Hoa FC) ທີມໃນລີກສູງສຸດຂອງຫວຽດນາມ (V-League) ວ່າ: ‘’ ຮູ້ສືກດີໃຈ ແລະ ເປັນຄວາມຝັນທີ່່ຢາກໄປເຕະຢູ່ລີກນອກປະເທດ ແລະ ເປັນອີກບາດກ້າວຫນື່ງສຳລັບຕົນເອງ ‘’
ດາໝົດ ຈະກາຍເປັນນັກເຕະບານຈາກລາວຄົນທຳອິດ ໄດ້ລົງຫລິ້ນໃນລີກສູງສຸດຂອງຫວຽດນາມ ຈະໄດ້ຊ່ວຍ ແທັງຮວາ ໃນຮອບຂາກັບຂອງ ວີລີກ ລະດູການນີ້ ປັດຈຸບັນ ແທັງຮວາ ຢູ່ອັນດັບທີ 4 ແຂ່ງ 16 ນັດ ມີ 26 ຄະແນນ ຕາມຫລັງ ນຳດິ່ງ ທີມນຳ 5 ຄະແນນ.