ສຕລ ຖະແຫລງຂ່າວແຕ່ງຕັ້ງຫົວໜ້າຄູຝຶກທີມຊາດລາວຄົນໃຫມ່ 🇱🇦🇰🇷🤝

14/08/2024

          ວັນທີ 14 ສິງຫາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ຖະແຫລງຂ່າວການແຕ່ງຕັ້ງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ໄວ 54 ປີ ສັນຊາດ ສ. ເກົາຫລີ ຮັບໜ້າທີ່ເປັນ ຄູຝຶກ ທີມຊາດລາວ ຄົນໃໝ່, ເຊິ່່ງຈະຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ ໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ພ້ອມດ້ວຍບັນດາຄູຝຶກ ແລະ ສື່ມວນຊົນ ເຂົ້າຮ່ວມ.

           ທ່ານ ວີເພັດ ສີຫາຈັກຣ ໄດ້ກ່າວວ່າ: ທ່ານ ຮາ ຮອກ ຈູນ ( HA HYEOKJUN )ຈະເຮັດຫນ້າທີ່່ ຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ ໄລຍະເວລາ 2 ປິ, ເຊິ່ງເປັນແຜນຍຸດທະສາດໃໝ່ຂອງ ສະຫະພັນບານເຕະແຫ່ງຊາດລາວ ນຳໃຊ້ຄູຝຶກ ສ.ເກົາຫລີ ເປັນຄັ້ງທຳອິດເປັນບາດກ້າວໃໝ່.

 ຂະນະທີ່ ທ່ານ ຮາ ຮອກ ຈູນ ໄດ້ກ່າວວ່າ: ກ່ອນອື່ນຫມົດຂ້າພະເຈົ້າຂໍສະແດງຄວາມດີໃຈ ທີ່ໄດ້ຮັບໜ້າທີ່ເປັນຫົວໜ້າຄູຝຶກ ທີມຊາດລາວ ແລະຂໍສັນຍາວ່າຈະທຸ້ມເທທຸກສິ່່ງຢ່າງ ເພື່ອໃຫ້ທີມຊາດລາວປະສົບຜົນສຳເລັດ.

          ສຳລັບປະຫວັດ ຂອງ ທ່ານ ຮາ ຮອກ ຈູນ ແມ່ນເກີດ ວັນທີ 27 ມັງກອນ 1970 ເປັນຄົນສັນຊາດ ສ. ເກົາຫລີ, ມີໃບປະກາດ AFC/KFA INSTRUCTOR PRO-LICENSE ທຽບເທົ່າ AFC Professional Diploma ແລະ ມີຜົນງານການຄຸມທີມ ຄື:

- ປີ 2009 – 2011 ເຮັດວຽກຢູ່ທີ່ ສະຫະພັນບານເຕະເກົາຫລີ (KFA)

- ປີ 2012 – 2013 ເປັນຜູ້ຊ່ວຍຄູຝຶກ ທີມຊາດມຽນມາ ຊຸດໃຫຍ່ ແລະ ທີມຊາດມຽນມາ ຮຸ່ນອາຍຸບໍ່ເກີນ 23 ປີ

- ປີ 2015 - 2016 ເປັນຄູຝຶກພາລະກໍາລັງ ສະໂມສອນ BEIJING BEKONG ລີກສູງສຸງ ສປ ຈີນ

- ປິ 2016 - 2017 ເປັນຫົວໜ້າຄູຝຶກ ສະໂມສອນ BEIJING BEKONG ລີກສູງສຸງ ສປ ຈີນ

- ປີ 2017 - 2018 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ SUWON SAMSUNG BLUEWING ລີກສູງສຸດ ສ.ເກົາຫລີ

- ປີ 2019 - 2021 ເປັນຫົວໜ້າຄູຝຶກ ສະໂມສອນ ມະຫາວິທະໄລ DAEGU NATIONAL UNIVERSITY

- ປີ 2023 ເປັນຫົວໜ້າຄູຝຶກ ສະໂມສອນ Resources Capital FC ລີກສູງສຸດ ເຂດປົກຄອງພິເສດຮົງກົງ

           ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານຮາ ຮອກ ຈູນ ແມ່ນການກຽມທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນ ASEAN Mitsubishi Electric Cup 2024 ແລະ ການແຂ່ງຂັນ AFC Asian Cup 2027 ຮອບຄັດເລືອກ ຮອບ 2.

#LAONATIONALTEAM

#LAOFOOTBALLFEDERATION

#KOREAREPUBLIC

#HAHYEOKJUN