ທີມຊາດລາວ ຢູ່ກຸ່ມ A ຮ່ວມກັບ ອິນໂດເນເຊຍ ເຈົ້າພາບ, ຟີລິບປິນ ແລະ ສິງກະໂປ ໃນລາຍການແຂ່ງຂັນບານເຕະຊີງແຊ້ມອາຊຽນ U16

30/05/2024

ວັນທີ 30 ພຶດສະພາ 2024 ຢູ່ທີ່ປະເທດອິນໂດເນເຊຍ ໄດ້ມີພິທີຈັບສະຫລາກ ການແຂ່ງຂັນບານເຕະຊີງ

ແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ(U16) ປະຈຳປີ 2024 ASEAN U16 BOY'S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 21 ມິຖຸນາ ຫາ 04 ກໍລະກົດ 2024.

  ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ. ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ລາວ, ຟີລິບປິນ, ສິງກະໂປ

- ກຸ່ມ B: ຫວຽດນາມ, ມຽນມາ, ກຳປູເຈຍ, ບຣູໄນ

- ກຸ່ມ C: ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ອົສຕຣາລີ.

  ສຳລັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປິ ແມ່ນໄດ້ເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 01 ພຶດສະພາ 2024 ເປັນຕົ້ນມາ ໂດຍແມ່ນທ່ານ ກັນລະຍາ ສີສົມຫວັງ ເປັນຫົວໜ້າຄູຝຶກໄດ້ຮຽກຕົວນັກກິລາເຍົາວະຊົນໃນເບື້ອງຕົ້ນຈຳນວນ 39 ຄົນເຂົ້າສູນຝຶກຊ້ອມ, ມາຮອດປັດຈຸບັນສາມາດຄັດເລືອກ ໄດ້ 29 ຄົນ ແລະ ຈະຄັດເລືອກໃຫ້ເຫລືອ 23 ຄົນສຸດທ້າຍ ກ່ອນເຂົ້າຮ່ວມແຂ່ງຂັນບານເຕະຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ.