ກອງປະຊຸມໃຫຍ່ ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2022

28/12/2022

ນະຄອນຫລວງວຽງຈັນ ວັນທີ 27 ທັນວາ 2022 – ສະຫະພັນບານເຕະແຫ່ງຊາດລາວໄດ້ຈັດກອງປະຊຸມໃຫຍ່ ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2022 ຂຶ້ນ ໃນຕອນເຊົ້າຂອງວັນອັງຄານ ວັນທີ 27 ທັນວາ 2022 ທີ່ ໂຮງແຮມ ເມືອງແທ໋ງ ວຽງຈັນ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ. ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ີມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ພົນໂທ Khiiev Sameth ປະທານ ສະຫະພັນບານເຕະ ອາຊຽນ (AFF President), ຜູ້ຕາງໜ້າຈາກ FIFA, ຜູ້ຕາງໜ້າຈາກ AFC, ຄະນະບໍລິຫານງານ ສຕລ, ຜູ້ແທນຈາກບັນດາສະຫະພັນບານເຕະແຂວງ, ຜູ້ຕາງໜ້າຈາກສະໂມສອນກິລາບານເຕະລາວລີກ 1 ປະຈໍາປີ 2022 ແລະ ບັນດາສື່ມວນຊົນ ພ້ອມດ້ວຍ ບັນດາວິຊາການ ສຕລ.

ຈູດປະສົງຂອງກອງປະຊຸມໃນມື້ນີ້ແມ່ນເພື່ອສະຫຼຸບການເຄື່ອນໄຫວວຽກງານຂອງ ສຕລ ປະຈໍາປີ 2022 ແລະ ສະເໜີແຜນຈັດຕັ້ງປະຕິບັດກິດຈະກໍາ ປະຈໍາປີ 2023.

ຂຶ້ນກ່າວຕ້ອນຮັບ ແລະ ເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ.

ຈາກນັ້ນທ່ານ ພົນໂທ Khiev Smeth ປະທານ ສະຫະພັນບານເຕະອາຊຽນ ກໍ່ໄດ້ຂຶ້ນມີຄໍາເຫັນ ເຊິ່ງເພິ່ນກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ທາງ ສະຫະພັນບານເຕະແຫ່ງຊາດ ໄດ້ປະຕິບັດຜ່ານມາ.

ໃນກອງປະຊຸມ ທ່ານ ນາງ ກັນຍາ ແກ້ວ ມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ດຳເນີນວາລະກອງປະຊຸມ ໂດຍຜູ້ເຂົ້າຮ່ວມໄດ້ຮັບຊົມວີດີໂອການລາຍງານການເຄື່ອນໄຫວວຽກງານ ສຕລ ປະຈໍາປີ2022 ປະກອບມີ ວຽກງານຈັດການແຂ່ງຂັນ, ວຽກງານທີມຊາດ, ວຽກງານກຳມະການຕັດສິນ, ວຽກງານສື່ມວນຊົນ, ວຽກນງານນິຕິກຳ, ວຽກງານທີມຊາດ ແລະ ວຽກງານເຕັກນິກ - ວິທະຍາ, ວຽກງານບໍລິຫານ - ບຸກຄະລາກອນ ແລະ ວຽກງານການເງິນ. ນອກນັ້ນ ຍັງມີການລາຍງານ ເອກະສານການລາຍງານການເງິນ ທີ່ໄດ້ຮັຍການກວດສອບ ຈາກບໍລິສັດກວດສອບບັນຊີພາຍນອກ.

ຫລັງຈາກນັ້ນ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຶ້ນສະເໜີ ແຜນ ກິດຈະການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ແຜນງານງົບປະມານ ທີ່ຈະນໍາໃຊ້ໃນປີ 2023.

ໂດຍ ໃນປີ 2023 ສຕລ ຈະຈະໄດ້ປັບປຸງຮູບແບບ ແລະ ໂຄງສ້າງຂອງການແຂ່ງຂັນ ພ້ອມດ້ວຍ ຍົກສູງດ້ານປະສິດທິພາບຂອງການພັດທະນາບຸກຄະລາກອນ ເພື່ອໃຫ້ແທດເໝາະກັບການພັດທະນາຢູ່ໃນ ສປປລາວ, ແລະ ສອດຄ່ອງກັບແນວທາງການພັດທະນາບານເຕະຂອງ ສຕລ.

ການແຂ່ງຂັນບານເຕະຂອງ ສຕລ ໃນສົກປີ 2023 ຈະຖືກແບ່ງອອກເປັນ 2 ປະເພດຫຼັກຄື:

1. ການແຂ່ງຂັນບານເຕະລະດັບເຄີ່ງອາຊີບລະດັບສູງ ເຊິ່ງປະກອບມີ: ການແຂ່ງຂັນ ລາວລີກ 1 (Pepsi Lao League 1), ການແຂ່ງຂັນ LFF CUP

2. ການແຂ່ງຂັນບານເຕະສະໝັກຫຼິ້ນ ປະກອບມີ: ການແຂ່ງຂັນ ລາວລີກ 2 (ການແຂ່ງຂັນປະຈໍາປີຂອງບັນດາແຂວງ/ນະຄອນຫຼວງ), ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ແລະ ຕອນປາຍ ພາຍໃນແຂວງ (ຍິງ-ຊາຍ), ການແຂ່ງຂັນ U15 & U18 (ສະເພາະສະໂມສອນໃນລາວລີກ 1), ການແຂ່ງຂັນ ຟຸດຊໍ ລາວລີກ, ການແຂ່ງຂັນ ລາວລີກ ຍິງ ປະຈຳປີ 2023.

ສ່ວນ ວຽກງານຈັດການແຂ່ງຂັນລະດັບທ້ອງຖິ່ນ ສໍາລັບສະຫະພັນບານເຕະແຂວງ/ນະຄອນຫຼວງ ສຕລ ຈະມອບງົບປະມານສະໜັບສະໜູນ ຈໍານວນ 120 ລ້ານກີບ ໃຫ້ແກ່ທຸກໆສະຫະພັນບານເຕະແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອນໍາໄປຈັດການແຂ່ງຂັນ 5 ລາຍການ ດັ່ງຕໍ່ໄປນີ້:

• ການແຂ່ງຂັນ ລາວລີກ 2 (ການແຂ່ງຂັນປະຈໍາປີຂອງບັນດາແຂວງ/ນະຄອນຫຼວງງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ

• ການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ

ພ້ອມດຽວກັນນັ້ນຍັງຈະໄດ້ມີການຈັດຝຶກອົບຮົມພັດທະນາສະໂມສອນ ແລະ ບຸກຄະລາກອນຈັດການແຂ່ງຂັນ, ຝຶກອົບກຳມະການຕັດສິນ ແລະ ຝຶກອົບຮົມຄູຝຶກອີກດ້ວຍ.

ໃນທ້າຍກອງປະຊຸມ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ກ່າວໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຊົມເຊີຍ ຜົນງານການປະຕິບັດວຽກງານຂອງ ຄະນະບໍລິຫານງານຂອງ ສຕລ, ຄວາມສາມັກຄີ ແລະ ການເອົາໃຈໃສ່ພັດທະນະກິລາບານເຕະ ລະຫວ່າງ ສຕລ ແລະ ສະຫະພັນບານເຕະແຂວງ/ນະຄອນຫລວງ, ສະແດງຄວາມຂອບໃຈຕໍ່ FIFA, AFC ແລະ AFF ທີ່ສືບຕໍ່ຊ່ວຍເຫລືອກິລາບານເຕະລາວ ຜ່ານ ສະຫະພັນບານເຕະແຫ່ງຊາດລາວ, ຂອບໃຈຕໍ່ການນໍາພັກລັດ ທີ່ເອົາໃຈໃສ່ສະໜັບສະໜູນວຽກງານກິລາບານເຕະ ແລະ ເພີ່ນກໍ່ໄດ້ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ເພີ້ມທະວີສະໜັບສະໜູນກິລາບານເຕະຂອງແຕ່ລະແຂວງ ແລະ ສະເໜີໃຫ້ແຕ່ລະແຂວງປັບປຸງການຈັດຕັ້ງພາຍໃນແຂວງຕົນເອງອີກດ້ວຍ.

ຈາກນັ້ນປະທານສະຫະພັນບານເຕະແຫ່ງຊາດໄດ້ຂຶ້ນກ່າວສະຫຼຸບ ແລະ ປິດກອງປະຊຸມຢ່າງເປັນທາງການ.