ລັດ​ຖະ​ມົນ​ຕີ ກ​ະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາຕ້ອນຮັບ ປະ​ທານ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ

09/02/2023

ໃນວັນທີ 09 ກຸມພາ 2023 ​ທີ່​​ສຳ​ນັກ​ງານ ກະ​ຊວງ​ສຶກ​ສາ​ທິການ ແລະ ກິ​ລາ ( ສ​ສກ ) ທ່ານ ຮ​ສ. ປອ ພຸດ ສິມ​ມາ​ລ​ວົງ ລັດ​ຖະ​ມົນ​ຕີກ​ະ​ຊວ​ງ​ສຶກ​ສາ​ທິ​ການ ແລະ ກິ​ລາ ປະທານຄະນະກຳມະການໂອລິມປິກແຫ່ງຊາດລາວໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ວີ​ເພັດ ສີ​ຫາ​ຈັກ​ຣ ປະ​ທານ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ(ສຕລ) ພ້ອມ​ດ້ວຍ​ຄະ​ນະ ເພື່ອ​ເຂົ້າ​ລາຍງານ​ກ່ຽ​​ກັບ​ຜົນ​ສຳ​ເລັດ​ຂອງການ​ເລືອກ​ຕັ້ງ​ ຄະນະບໍລິຫານງານ FIFA ທີ່ ບຸກຄະລາກອນຂອງ ສຕລ ໄດ້ຮັບການເລືອກຕັ້ງຈາກບັນ​ດາສະມາຊິກ ສະ​ຫະ​ພັນ​ບານ​ເຕະ​ອາ​ຊີ ເພື່ອເປັນຕົວແທນ ໃນການປະຕິບັດວຽກງານ ໃນຖານະ ຄະນະບໍລິຫານງານ ສະ​ຫະ​ພັນ​ບານ​ເຕະ​ຟີ​ຟາ(FIFA).

        ໃນ​ໂອ​ກາດ​ດັ່ງ​ກ່າວ  ທ່ານ ຮ​ສ. ປອ ພຸດ ສິມ​ມາ​ລ​ວົງ ໄດ້​ກ່າວ​ຍ້ອງຍໍຊົມ​ເຊີຍ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ທີ່​ມີ​ຜົນ​ງານ​ດີ​ເດ່ນໃນ​ໄລ​ຍະ​ຜ່ານ​ມາ​, ພ້ອມໄດ້​ອວຍ​ພອນໃຫ້ ທ່ານ ນາງ ກັນ​ຍາ ແກ້ວ​ມະ​ນີເລຂາທິການສຕລ ທີ່​ໄດ້​ຮັບຕຳ​ແຫນ່ງ​ໃໝ່ເປັນຄະ​ນະ​ບໍ​ລິ​ຫານ​ງານ FIFA ໃຫ້​ມີ​ຄວ​າມ​ສຳ​ເລັດ​ໃນ​ຫນ້າ​ທີ່​ສາ​ກົນ, ທຸ້ມ​ເທ​ສຕິ​ປັນຍາແລະເຫື່ອ​ແຮງປະກອບສວ່ນຢ່າງຕັ້ງໜ້າໃຫ້ສົມກັບເປັນ​ທູດ​​ວົງ​ການ​ກິ​ລາບານ​ເຕະ ​ອາ​ຊີ ແລະສາກົນ,ພ້ອມທັງຖືໂອກາດນີ້ເຮັດໜ້າທີ່ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ລາວ​ໃນ​ເວ​ທີ​ສາ​ກົນໃຫ້ກວ້າງຂວາງ.

        ໃນ​ຕອນ​ທ້າຍ ທ່ານ ວີ​ເພັດ ສີ​ຫາ​ຈັກ​ຣ ປະ​ທານ ສ​ຕ​ລ ຍັງໄດ້​ນຳ​ສະ​ເຫນີ​ແຜນ​ການ​ເຄື່ອ​ນ​ໄຫ​ວ​ວຽກ​ງານ ຂອງ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ໃນ​ປີ 2023 ໂດຍ​ສະ​ເພາະ​ແມ່ນ​ການ​ແຂ່ງ​ຂັນ​ບານ​ເຕະ ເປ​ບ​ຊີ ລາວ​ລີກ 1 ປະຈຳປີ2023, ການແຂ່ງຂັນ ກິລາລະດັບມັດທະຍົມ ຕອນຕົ້ນ ແລະ ຕອນປາຍ ພາຍໃນແຂວງ (ຍິງ-ຊາຍ) ແລະ ວຽກ​ງານ​ຂອງ ທີມ​ຊາດ​ລາວ ໃຫ້ ທ່ານລັດ​ຖະ​ມົນ​ຕີ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໄດ້ຮັບ​ຊາບ.

        ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຖືກສະເໜີ ຊື່ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າເລືອກຕັ້ງ ໃນຕຳແໜ່ງຄະນະບໍລິຫານງານ FIFA ຫລື FIFA Council Member ໂດຍຕຳແໜ່ງດັ່ງກ່າວແມ່ນເປັນຕົວແທນຈາກທະວີບອາຊີ ໃນເວທີບໍລິຫານກິລາບານເຕະລະດັບໂລກ ເຊິ່ງຕົວແທນ ຈາກທະວີບອາຊີ ຈະມີ 6 ທ່ານທີ່ຕ້ອງຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະອາຊີ ໂດຍບັນດາທ່ານ ທີ່ຖືກເລືອກຕັ້ງໃນຄັ້ງນີ້ໄດ້ແກ່:
1. ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ
2. ທ່ານ Hamad bin Khalifa bin Ahmed al-Thani ປະທານ ສະຫະພັນບານເຕະກາຕ້າ
3. ທ່ານ Yasser Al-Misehal ປະທານ ສະຫະພັນບານເຕະຊາອຸດິອາເຣເບຍ
4. ທ່ານ Kozo Tashima ປະທານ ສະພັນບານເຕະຢີ່ປຸ່ນ
5. ທ່ານ Mariano V. Araneta ປະທານ ສະຫະພັນບານເຕະຟິລິບປິນ
6. ທ່ານ Datuk Hamidin Mohd Amin ປະທານສະຫະພັນບານເຕະມາເລເຊຍ

ທັ້ງນີ້ ທ່ານ ນາງ ກັນຍາ ແກ້ວມະນີ້ ແມ່ນສະມາຊິກຈາກປະເທດລາວຄົນທຳອິດທີ່ ໄດ້ຮັບຕຳແໜ່ງໃນການເປັນຄະນະບໍລິຫານງານ FIFA ເຊິ່ງປັດຈຸບັນຖືວ່າເປັນ ອົງກອນກິລາທີ່ໃຫຍ່ທີ່ສຸດໃນໂລກ ຮັບຜິດຊອບການພັດທະນາກິລາບານເຕະ ແລະ ຈັດການແຂ່ງຂັນກິລາຍອດນິຍົມສູງສຸດໃນໂລກ ກໍຄື ການແຂ່ງຂັນບານໂລກ ຫລື FIFA World Cup.
#LaoFootballFederation

#MinistryofEducationandSportsLaoPDR