ແຈ້ງການປະມູນ ຮ້ານຂາຍເຄື່ອງ ແລະ ບໍລິການຝາກລົດ ທີ່ສະໜາມກິລາແຫ່ງຊາດ ຫຼັກ16

05/03/2023

 ເນື່ອງໃນໂອກາດ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດລາຍການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມA (AFC U20 WOMEN’S ASIAN CUP 2024) ໃນລະຫວ່າງ ວັນທີ 8 - 12 ມີນາ 2023 

    ທີ່ສະໜາມກິລາແຫ່ງຊາດ ຫຼັກ16

 ດັ່ງນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງເຊີນບັນດາທ່ານທີ່ມີຄວາມສົນໃຈທີ່ຈະດຳເນີນທຸລະກິດ  

    ຮ້ານຂາຍເຄື່ອງ ແລະ ການບໍລິການຝາກລົດ ທີ່ສະໜາມກິລາແຫ່ງຊາດ ຫຼັກ16 ໃນລາຍການແຂ່ງຂັນຂ້າງເທິງນັ້ນ, ປະກອບ

    ມີລາຍລະອຽດດັ່ງນີ້:

1. ໄລຍະການສຳປະທານ: ເລີ່ມແຕ່ວັນທີ 08 - 12 ມີນາ 2023.

2. ສາມາດເຂົ້າມາເບິ່ງສະຖານທີ່ຕົວຈີງ ທີ່ສະໜາມກິລາແຫ່ງຊາດ ຫລັກ16:

- ຕອນເຊົ້າ: ເວລາ 9:00 - 11:30 ໂມງ ແລະ ຕອນບ່າຍ ເວລາ 14:00 - 16:30 ໂມງ.

3. ລາຍລະອຽດ ແລະ ເງື່ອນໄຂໃນການສຳປະທານໃຫ້ພົວພັນນໍາພະແນກກ່ຽວຂ້ອງ ດັ່ງລຸ່ມນີ້:

- ພະແນກບໍລິຫານ-ບຸກຄະລາກອນ ເບີໂທ: 020.5569 9591 ແລະ 020.7885 3415

- ສຳນັກງານໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ຕັ້ງຢູ່ ຮ່ອມ 9 ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

 ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານທີ່ມີຄວາມສົນໃຈ ເພື່ອຈະເຂົ້າຮ່ວມການສະເໜີລາຄາປະມູນໃນຄັ້ງນີ້ດ້ວຍ.

#AFCU20Women 

#LaoFootballFederation