ເຊກອງກຽມພ້ອມການແຂ່ງຂັນບານເຕະລາວລີກ 2 ແລະການແຂ່ງຂັນລະດັບມັດທະຍົມປະເພດຍິງ - ຊາຍ

28/04/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມຍົກລະດັບກໍາມະການຕັດສິນກິລາບານເຕະໃຫ້ແກ່ແຂວງເຊກອງໃນຕອນເຊົ້າວັນທີ 27 ເມສາ 2023 ຢູ່ທີ່ຫ້ອງປະຊຸມໂຮງຮຽນມັດທະຍົມຕອນປາຍທີ່ເມືອງລະມາມ,ໂດຍໃຫ້ກຽດເຂົ້າຮວ່ມພິທີປິດຂອງທ່ານ ສໍລະເສິນສັກ ຟອງສານຸວົງ ຮອງໄອຍະການປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງເຊກອງ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 14 ຄົນ.

ໃນໂອກາດນີ້ ທ່ານ ສໍລະເສິນສັກ ຟອງສານຸວົງ ໄດ້ກ່າວຊົມເຊີຍຕໍ່ນັກສໍາມະນາກອນທີ່ເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຕະຫຼອດໄລຍະເວລາ 4ວັນຈົນສໍາເລັດ(24 - 27 ເມສາ 2023),ຊົມເຊີຍຄະນະຜູ້ຝຶກສອນທີ່ມາຈາກ ສຕລ ທີ່ໄດ້ທຸ້ມເທຄວາມຮູ້ຕ່າງໆເຂົ້າໃນການສິດສອນທາງທິດສະດີ,ລວມທັງຮຽນຮູ້ກະຕິກາຂອງສະຫະພັນບານເຕະສາກົນຫຼືFIFA ສະບັບປັບປຸງໃຫມ່ແລະລົງພາກປະຕິບັດຕົວຈິງນໍາພານັກສໍາມະນາກອນຝຶກອົບຮົມຈົນສໍາເລັດຕາມລະແຜນການທີ່ວາງໄວ້. 

ຈາກຜົນສຳເລັດນີ້,ທ່ານ ສໍລະເສິນສັກ ຟອງສານຸວົງ ໄດ້ກ່າວຢໍ້າວ່າ:ມາຮອດປັດຈຸບັນແຂວງເຊກອງກໍຄືພາກສວ່ນຕ່າງໆໂດຍສະເພາະແມ່ນສະຫະພັນບານເຕະແຂວງແມ່ນມີຄວາມກຽມພ້ອມໃນການຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນບານເຕະລະດັບມັດທະຍົມຕອນຕົ້ນປະເພດຊາຍ - ຍິງ ແລະການແຂ່ງຂັນບານເຕະລະດັບມັດທະຍົມຕອນປາຍ ປະເພດຊາຍ - ຍິງ.