ລາວລີກ 2 ແຂວງສະຫວັນນະເຂດ ເປີດສາກຂຶ້ນໃນອາທິດຜ່ານມາ

07/06/2023

ການແຂ່ງຂັນບານເຕະລາວລີກ 2ແຂວງສະຫວັນນະເຂດແມ່ນໄດ້ເປີດສາກຂຶ້ນແລ້ວໃນອາທິດຜ່ານມາໂດຍມີ 6 ທີມ ເຂົ້າຮ່ວມການແຂ່ງຂັນປະກອບມີ: 1. ສະຫວັນ ຢູໄນເຕັດ 2. ອານັນ ອາໄລ່ 3. ໂພໄຊນ້ອຍ 4. ດາຣກວູຟ 5. ສອງຄອນ 6. ຮາຢີນ້າ

ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນວັນທີ 03 ມິຖູນາ ຫາ 6 ສິງຫາ 2023 ໂດຍທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ, ສຳລັບຜົນການແຂ່ງຂັນໃນອາທິດທຳອິດ: ວັນທີ 03/06/2023 ສະຫວັນຢູໄນເຕັດ ເສຍໃຫ້ ອານັນ ອາໄລ່ 0-1 , ໂພໄຊນ້ອຍ ເສຍໃຫ້ ດາຣກວູຟ 1-3 ແລະ ວັນທີ 04/06/2023 ຮາຢີນາ ເສຍໃຫ້ ສອງຄອນ 1-4 ສຳລັບນັດຕໍ່ໄປອາທິດທີ 2 ຈະມີຂຶ້ນ ວັນທີ 10/06/2023 ເວລາ 13:30 ອານັນ ອາໄລ່ ພົບ ສອງຄອນ, ເວລາ 16:00 ໂພໄຊນ້ອຍ ພົບ ດາຣກວູຟ ແລະ ວັນທີ 11/06/2023 ຮາຢີນ້າ ພົບ ໂພໄຊນ້ອຍ ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ.

ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.