ລາວລີກ 2 ແຂວງຄຳມ່ວນ ເປີດສາກຂຶ້ນໃນອາທິດຜ່ານມາ

07/06/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງຄຳມ່ວນ ແມ່ນໄດ້ເປີດສາກຂຶ້ນແລ້ວໃນອາທິດຜ່ານມາໂດຍມີ 6 ທີມ ເຂົ້າຮ່ວມການແຂ່ງຂັນປະກອບມີ:

1. ປກຊ ແຂວງ 2. ປກສ ແຂວງ 3. ເທບສີໄຮ ເອັຟຊີ

4. ເລັກຕ້າ ເອັຟຊີ 5. ລູກໝູ ເອັຟຊີ

6. ບໍ່ໂພນຕີ້ວເອັຟຊີ

ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນວັນທີ 03 ມິຖູນາ ຫາ 16 ສິງຫາ 2023 ໂດຍທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ, ສຳລັບຜົນການແຂ່ງຂັນໃນອາທິດທຳອິດ: ວັນທີ 03/06/2023 ປກຊ ແຂວງ ເອົາຊະນະ ລູກໝູ 2-0 ແລະ ວັນທີ 04/06/2023 ເລັກຕ້າ ສະເຫມີ ປກສ ແຂວງ 1-1, ສຳລັບນັດຕໍ່ໄປອາທິດທີ 2 ຈະມີຂຶ້ນ ວັນທີ 10/06/2023 ເວລາ 15:00 ບໍ່ໂພນຕິ້ວ ພົບ ເທບສີໄຮ ແລະ ວັນທີ 10/06/2023 ເວລາ15:00 ລູກໝູ ພົບ ເລັກຕ້າ ໂດ​ຍ​ຈະ​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ຄຳ​ມ່ວນ.

ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.