ແຂວງ​ເຊກອງ ແຂ່ງ​ຂັນ ມັດ​ທະ​ຍົມ​ຕອນ​ປາຍ ຊາຍ - ຍິງ ຢ່າງ​ຄຶ​ກ​ຄື້ນ

08/06/2023

       ການ​ແຂ່ງ​ຂັນ​ບານມັດ​ທະ​ຍົມ​ຕອນ​ປາຍ ຊາຍ - ຍິງ ທົ່ວ​ແຂວງ​ເຊກອງ ແມ່ນ​ມີ​ບັນ​ຍາ​ກາດ​ຟົດ​ຟື້ນ​ໂດຍ​ໄດ້​ເລີ້ມ​ການ​ແຂ່ງ​ຂັນ​ມາ​ນັບ​ຕັ້ງ​ແຕ່​ວັນ​ທີ 19 ພຶດ​ສະ​ພາ 2023 ເປັນ​ຕົ້ນ​ມາ​, ໂດຍ ການ​ແຂ່ງ​ຂັນ​ບານ​ເຕະມັດ​ທະ​ຍົມ​ຕອນ​ປາຍ ຊາຍ ມີທີມ​ເຂົ້າ​ຮ່ວມ 7 ທີມ​ປະ​ກອບ​ມີ: ໂຮງ​ຮຽນ ມໍ​ປາຍແຂວງ, ໂຮງ​ຮຽນ​ ມັດ​ທະ​ຍົມ​ສົມບູນ ບ້ານ.ໂພນ, ໂຮງ​ຮຽນ​ ມັດ​ທະ​ຍົມ​ສົມ​ບູນ ບ້ານ ດອນ​ຈັນ, ໂຮງ​ຮຽນ​ ມັດ​ທະ​ຍົມ​ສົມ​ບູນ ບ້ານ. ກະ​ປື, ໂຮງ​ຮຽນ​ ມັດ​ທະ​ຍົມ​ສົມ​ບູນ ເມືອງ​ທ່າ​ແຕງ, ໂຮງ​ຮຽນ​ ສາ​ມັນ​ກິນນອນ ຊົນ​ເຜົ່າ​ແຂວງ ແລະ ໂຮງ​ຮຽນ ມິດ​ຕະ​ພາບ ລາວ - ຫວຽດ ຂະ​ນະທີ່ ການ​ແຂ່ງ​ຂັນ​ບານ​ເຕະມັດ​ທະ​ຍົມ​ຕອນ​ປາຍ ຊາຍ ມີທີມ​ເຂົ້າ​ຮ່ວມ 7 ທີມ​ປະ​ກອບ​ມີ: ໂຮງ​ຮຽນ ມໍ​ປາຍແຂວງ, ໂຮງ​ຮຽນ​ ສາ​ມັນ​ກິນນອນ ຊົນ​ເຜົ່າ​ແຂວງ, ໂຮງ​ຮຽນ ມິດ​ຕະ​ພາບ ລາວ - ຫວຽດ, ໂຮງ​ຮຽນ​ ມັດ​ທະ​ຍົມ​ສົມ​ບູນ ເມືອງ​ທ່າ​ແຕງ, ໂຮງ​ຮຽນ​ ມັດ​ທະ​ຍົມ​ສົມ​ບູນ ບ້ານ ດອນ​ຈັນ, ໂຮງ​ຮຽນ​ ມັດ​ທະ​ຍົມ​ສົມ​ບູນ ບ້ານ. ກະ​ປື ແລະ ໂຮງ​ຮຽນ ມັດ​ທະ​ຍົມ​ສົມ​ບູນ ບ້ານ. ຈຸນ​ລາ.  ການ​ແຂ່ງ​ຂັນ​ລາຍ​ການ​ດັ່ງ​ກ່າວ​ແມ່ນ​ແບ່ງ​ອອກ ເປັນ 2 ກຸ່​ມ​ ຄັດ​ເອົາ​ອັນ​ດັບ 1 ແລະ ອັນ​ດັບ 2 ຜ່ານ​ເຂົ້າ​ຮອບ​ຮອງ​ຊະ​ນະ​ເລີດ  ແມ່ນ​ຈະ​ແຂ່ງ​ຂັນ​ໃນ​ວັນ​ທີ 12-13 ມິ​ຖຸ​ນາ 2023 ສ່ວນ ນັດ​ຊີງ​ອັນ​ດັບ 3 ແມ່ນ​ແຂ່ງ​ຂັນ​ໃນ​ວັນ​ທີ 15 ມິ​ຖຸ​ນາ  2023 ແລ​ະ ນັດ​ຊີ​ງ​ຊະ​ນະ​ເລີດ ວັນ​ທີ 16 ມິ​ຖຸ​ນາ 2023.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.