ຈຳປາສັກແຂ່ງຂັນກິລາບານເຕະນັກຮຽນມສຊາຍ-ຍິງຊິງຂັນເຈົ້າແຂວງ

09/06/2023
ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາສົມບຸນ(ມສ)ຊິງຂັນເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ໄດ້ດຳເນີນການແຂ່ງຂັນນັບຕັ້ງແຕ່ ວັນທີ 3 ພຶດສະພາ 2023 ເປັນຕົ້ນມາ ໂດຍມີ 2 ປະເພດຄື: ປະເພດທິມຊາຍ ແລະ ປະເພດທິມຍິງ.
- ປະເພດທິມຊາຍ ປະກອບມີ 8 ພາກສ່ວນເຂົ້າຮ່ວມຄື:
1. ທິມຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ
2. ທິມຫ້ອງການສຶກສາທິການ ແລະ ກິລາ ເມືອງບາຈຽງຈະເລີນສຸກ
3. ທິມເມືອງໂພນທອງ;
4. ທິມເມືອງຊະນະສົມບູນ;
5. ທິມໂຮງຮຽນນານາຊາດ;
6. ທິມໂຮງຮຽນ ມສ ໂພນທອງ;
7. ທິມ ບໍລິສັດ ຈໍາປາວໍລິເອີ;
8. ທິມ ຟາຍເດ (ເມືອງຈໍາປາສັກ).
ການແຂ່ງຂັນແມ່ນແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 4 ທິມ ແລະ ຄັດເລືອກເອົາອັນດັບ 1 ແລະ ອັນດັບ 2 ຂອງກຸ່ມ ເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດ ແລະ ຊິງຊະນະເລີດ.
- ປະເພດທິມຍິງ ປະກອບມີ 4 ພາກສ່ວນເຂົ້າຮ່ວມຄື:
1. ທິມຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ;
2. ທິມເມືອງສຸຂຸມາ;
3. ທິມໂຮງຮຽນນານາຊາດ;
4. ທິມ ປາກເຊ ຊິຕີ້.
ການແຂ່ງຂັນແມ່ນແຂ່ງຂັນແບບພົບກັນໝົດທັງ 4 ທິມ 2 ຮອບ (ໄປ ແລະ ກັບ) ແລະ ທິມທີເກັບຄະແນນໄດ້ຫຼາຍທີ່ສຸດແມ່ນໄດ້ຊະນະເລີດ ແລະ ຊະນະເລີດອັນດັບຕ່າງໆຕາມຕາຕະລາງຄະແນນການແຂ່ງຂັນ.
ປັດຈຸບັນການແຂ່ງຂັນໄດ້ດໍາເນີນມາຮອດນັດຊິງຊະນະເລີດແລ້ວ
ປະເພດທິມຊາຍຄູ່ຊິງຊະນະເລີດເປັນການພົບກັນລະຫວ່າງ ທິມເມືອງໂພນທອງ ພົບ ໂຮງຮຽນ ມສ.ໂພນທອງ (ສະຖິຕິພົບກັນໃນຮອບແບ່ງກຸ່ມ ເມືອງໂພນທອງຊະນະໂຮງຮຽນ ມສ.ໂພນທອງ4-3) ສ່ວນຄູ່ຊິງອັນດັບ 3 ເປັນການພົບກັນລະຫວ່າງທິມໂຮງຮຽນ ນານາຊາດ ພົບກັບ ທິມຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ ທີ່ໄດ້ສໍາເລັດການແຂ່ງຂັນໄປແລ້ວໃນວັນທີ 8 ມີຖຸນາ 2023 ທີ່ຜ່ານມາ ໂດຍເປັນທິມ ໂຮງຮຽນ ນານາຊາດ ສາມາດເອົາຊະນະ ທິມຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊໄປໄດ້ ດ້ວຍຜົນປະຕູ 5-0.
ປະເພດທິມຍິງ ການແຂ່ງຂັນກໍາລັງດໍາເນີນມາຮອງນັດສຸດທ້າຍເຊັ່ນດຽວກັນ ໂດຍປັດຈຸບັນ ເປັນທິມໂຮງຮຽນນານາຊາດ ສາມາດຍາດໄດ້ຊະນະເລີດເປັນທີ່ຮຽບຮ້ອຍແລ້ວ ເຖິງວ່າຈະເຫຼືອການແຂ່ງຂັນນັດສຸດທ້າຍອີກ 1 ນັດໃນມື້້ນີ້(9/6/2023, ສ່ວນອັນດັບ 2 ແລະ ອັນດັບ 3 ຍັງຕ້ອງລໍຖ້າຜົນການແຂ່ງຂັນຂອງຄູ່ສຸດທ້າຍ.
ທິມໂຮງຮຽນນານາຊາດ ລົງແຂ່ງ 5 ນັດ, ຊະນະ 4 ນັດ, ສະເໝີ 0 ນັດ, ເສຍ 1 ນັດ ມີ 12 ຄະແນນ ແລະ ຍັງເຫຼືອນັດແຂ່ງຂັນອີກ 1 ນັດ;
ທິມເມືອງ ສຸຂຸມາ ລົງແຂ່ງ 6 ນັດ, ຊະນະ 2 ນັດ, ສະເໝີ 2 ນັດ, ເສຍ 2 ນັດ, ລູກໄດ້ເສຍ -4, ມີ 8 ຄະແນນ,
ທິມປາກເຊ ຊິຕີ້ ລົງແຂ່ງ 5 ນັດ, ຊະນະ 1, ສະເໝີ 2 ນັດ, ເສຍ 2 ນັດ, ລູກໄດ້ເສຍ -6, ມີ 5 ຄະແນນ ແລະ ການແຂ່ງຂັນນັດສຸດທ້າຍອີກ 1 ນັດ;
ທິມຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ ລົງແຂ່ງ 6 ນັດ, ຊະນະ 1 ນັດ, ສະເໝີ 2 ນັດ, ເສຍ 3 ນັດ, ລູກໄດ້ເສຍ - 6, ມີ 5 ຄະແນນ ຖືວ່າເປັນອັນດັບສຸດທ້າຍຂອງຕາຕະລາງຄະແນນ.