ທະຫານແຂວງບໍລິຄຳໄຊມີຄະແນນນຳໃນລາວລີກ 2

10/07/2023

ຜົນການແຂ່ງຂັນບານເຕະລາວລີກ2ແຂວງບໍລິຄຳໄຊ ອາ​ທິດ​ທີ5ໄດ້​ແຂ່ງ​ຂັນວັນ​ທີ08ກໍ​ລະ​ກົດ2023ທີ່​ຜ່ານ​ມາ ສະ​ມາ​ຄົມ​ເຂີຍ​ຫຼັກ4ເສຍ​ໃຫ້ ໂຈ-ເຈ ຟາມ3-4,ເມືອງ​ບໍ​ລິ​ຄັນ ເສຍ​ໃຫ້ ບໍ​ລິ​ຄຳ​ໄຊ0-2ແລະ ຄູ່​ສຸດ​ທ້າຍ ທະ​ຫານ​ແຂວງ​ບໍ​ລິ​ຄຳ​ໄຊ ສະ​ເຫມີ ບໍ​ລິ​ສັດ​ວັນ​ນະ​ແສງ1-1

​ສະ​ຫລຸບ​ຕາ​ຕະ​ລາງຄະ​ແນນ​ການແຂ່ງຂັນໃນຮອບຂາໄປອັນ​ດັບໜຶ່ງແມ່ນ ທະຫານແຂວງບໍລິຄຳໄຊ ລົງສະຫນາມ5ນັດ ຊະນະ4ນັດ ສະ​ເຫມີ1ນັດ ມີ13ຄະແນນ,ອັນດັບ2ບໍລິສັດ ວັນນະແສງ ລົງສະຫນາມ5ນັດ ຊະນະ4ນັດ ສະ​ເຫມີ1ນັດ ມີ13ຄະແນນ,ອັນດັບ3ບໍລິຄຳໄຊ ລົງສະຫນາມ5ນັດ ຊະນະ2ນັດ ສະເຫມີ1ນັດ ເສຍ2ນັດ ມີ7ຄະແນນ,ອັນດັບ4ໂຈ-ເຈ ຟາມ ລົງສະຫນາມ5ນັດ ຊະນະ2ນັດ ສະເຫມີ1ນັດ ເສຍ2ນັດ ມີ7ຄະແນນ,ອັນດັບ5ສະມາຄົມ ເຂີຍຫຼັກ4ລົງສະຫນາມ5ນັດ ຊະນະ1ນັດ ເສຍ4ນັດ ມີ3ຄະແນນ ແລະ ອັນດັບສຸດທ້າຍ ເມືອງບໍລິຄັນ ລົງສະຫນາມ5ນັດ ເສຍ5ນັດ ມີ0ຄະແນນ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່​ໄປຄືຮອບຂາກັບ​ຈະມີຂຶ້ນວັນທີ22ກໍລະກົດ2023ເວລາ09:00ເມືອງ​ບໍ​ລິ​ຄັນ​ ພົບ ທະ​ຫານ​ແຂວງ,ເວລາ13:00ບໍ​ລິ​ຄຳ​ໄຊ ພົບ ເຂີຍ​ຫລັກ4ແລະ ຄູ່ສຸດທ້າຍ ເວລາ15:00ໂຈ​-ເຈ ຟາມ ພົບ ບໍ​ລິ​ສັດ ວັນ​ນະ​ແສງ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ ມສ ສີທ່ານາໄຊ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ60ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.