ທະຫານແຂວງຈຳປາສັກຊະນະລະບຽງພູ1-0ຂຶ້ນເປັນທີມນຳລີກ 2

10/07/2023

ຜົນການແຂ່ງຂັນບານເຕະລາວລີກ2ແຂວງຈຳປາສັກ ອາທິດທີ5ແຂ່ງຂັນວັນທີ07ກໍລະກົດ2023 ທີ່ຜ່ານມາ,ຄູ່ສຸດທ້າຍທະຫານແຂວງຈຳປາສັກບຽດເອົາຊະນະລະບຽງພູ1-0ແບບວຸດວິດ ໂດຍໄດ້ປະຕູຈາກກັງສິນ ຈັນທະວົງ ໃນນາທີ41.ສວ່ນຫົວແຊ ເສຍໃຫ້ ບາຈຽງ0-1,ສີອຳພອນ ຊະນະ ນ້ຳດື່ມ ນາດາ5-1,ວັນທີ08ກໍລະກົດ2023ປກສ ແຂວງຈຳປາສັກ ຊະນະ ສີລາເພັດ3-1.

ສະຫລຸບຕາຕະລາງຄະແນນການແຂ່ງຂັນ ອັນດັບ1ທະຫານແຂວງຈຳປາສັກ ລົງສະຫນາມ12ນັດ ຊະນະ8ນັດ ສະເຫມີ3ນັດ ເສຍ1ນັດ ມີ27ແນນ,ອັນດັບ2ລະບຽງພູ ລົງສະຫນາມ12ນັດ ຊະນະ8ນັດ ສະເຫມີ1ນັດ ເສຍ3ນັດ ມີ25ຄະແນນ,ອັນດັບ3ບາຈຽງ ລົງສະຫນາມ12ນັດ ຊະນະ7ນັດ ສະເຫມີ2ນັດ ເສຍ3ນັດ ມີ23ຄະແນນ,ອັນດັບ4ປກສ ແຂວງຈຳປາສັກ ລົງສະຫນາມ12ນັດ ຊະນະ6ນັດ ສະເຫມີ3ນັດ ເສຍ3ນັດ ມີ21ຄະແນນ,ອັນດັບ5ສີອຳພອນ ລົງສະຫນາມ12ນັດ ຊະນະ4ນັດ ສະເຫມີ3ນັດ ເສຍ5ນັດ ມີ15ຄະແນນ,ອັນດັບ6ສີລາເພັດ ລົງສະຫນາມ12ນັດ ຊະນະ3ນັດ ສະເຫມີ1ນັດ ເສຍ8ນັດ ມີ10ຄະແນນ,ອັນດັບ7ຫົວແຊ ລົງສະຫນາມ12ນັດ ຊະນະ3ນັດ ສະເຫມີ1ນັດ ເສຍ8ນັດ ມີ10ຄະແນນ ແລະ ອັນດັບ ສຸທ້າຍ ນ້ຳດື່ມ ນາດາ ລົງສະຫນາມ12ນັດ ຊະນະ2ນັດ ເສຍ10ນັດ ມີ6ຄະແນນ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປອາທິດ13ຈະມີຂຶ້ນ ວັນທີ15ກໍລະກົດ2023ເວລາ13:30ຫົວແຊ ພົບ ລະບຽງພູ,ເວ15:30ສີລາເພັດ ພົບ ບາຈຽງ ແລະ ວັນທີ16ກໍລະກົດ2023ເວລາ13:30ປກແຂວງຈຳປາສັກ ພົບ ສີອຳພອນ,ເວ15:30ທະຫານແຂວງຈຳປາສັກ ພົບ ນ້ຳດື່ມນາດາ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ60ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.