ລາວລີກ 2 ແຂວງຊຽງຂວາງ ທັງ3ທິມມີສິດໄດ້ແຊ້ມ

11/07/2023

ມາຮອດປະຈຸບັນ,ການແຂ່ງຂັນກິລາບານເຕະ ລາວລີກ 2 ແຂວງຊຽງຂວາງໄດ້ແຂ່ງຂັນມາຮອດອາທິດທີ 9 ແລ້ວ ແລະຍັງເຫລືອນັດສຸດທ້າຍ ເຊິ່ງສະໂມສອນບານເຕະ ທະວີໂຊກ ຍັງຢູ່ອັນດັບ 1 ແຂ່ງ 9 ນັດ ຊະນະ 6 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 20 ຄະແນນ, ອັນດັບ 2 ສະໂມສອນ ປກສ ແຂວງ ແຂ່ງ 9 ນັດ ຊະນະ 5 ນັດ ສະເໝີ 4 ນັດ ເສຍ 0 ນັດ ມີ 19 ຄະແນນ, ອັນດັບ 3 ສະໂມສອນ ອາລີວັນ ແຟມມິລີ່ ແຂ່ງ 9 ນັດ ຊະນະ 5 ນັດ ສະເໝີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ເຮັດໃຫ້ທັງ 3 ທີມມີຄະແນນຫ່າງກັນພຽງເລັກໜ້ອຍແລະແຕ່ລະທິມກໍມີສິດໄດ້ແຊັມເຊ່ນດຽວກັນ,ຖ້າກໍລະນີທີມໃດທີມໜຶ່ງເສຍໃນນັດສຸດທ້າຍ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປມີດັ່ງນີ້.

ວັນທີ 14 /07/2023 ສະໂມສອນບານເຕະ ເມືອງຜາໄຊ ພົບ ສະໂມສອນບານເຕະ ສະມາຄົມຫວຽດ ເວລາ: 3:30 ທີ່ສະໜາມກິລາແຂວງຊຽງຂວາງ.

ວັນທີ 19/07/2023 ສະໂມສອນບານເຕະ ທະວີໂຊກ ພົບ ສະໂມສອນບານເຕະ ກອງທັບ ແຂວງ ເວລາ: 13:00 ທີ່ ສະໜາມກິລາ ແຂວງ ຊຽງຂວາງ ແລະ ເວລາ: 15:30 ສະໂມສອນບານເຕະ ປກສ ແຂວງ ພົບ ສະໂມສອນບານເຕະອາລິວັນແຟມມິລີ ທີ່ສະໜາມກິລາແຂວງ ຊຽງຂວາງ.

ທ່ານສາມາດຕິດຕາມຜົນການແຂ່ງຂັນໄດ້ທີ່ທາງ ເພຈ: ສະຫະພັນບານເຕະ ແຂວງ ຊຽງຂວາງ, ເພຈ: ລາວລີກ2 ແລະ ເພຈ: ສະຫະພັນບານເຕະແຫ່ງຊາດລາວ.