ເຮັ​ສ​ບີ​ທີ 941ເປັນ​ທີມ​ນຳ​ຄະແນນການ​ແຂ່ງ​ຂັນ​ ບານ​ເຕະລາວ​ລີກ 2 ນະ​ຄອນ​ຫຼວງວຽງຈັນ

17/07/2023

ການແຂ່ງຂັນບານເຕະລາວລີກ2ນະຄອນຫຼວງວຽງຈັນມາຮອດປັດຈຸບັນແມ່ນໄດ້ດຳເນີນການແຂ່ງຂັນມາໄດ້8ນັດ ເຊິ່ງອາທິດຜ່ານມາຄູ່ທີ່ໜ້າສົນໃຈ ເປັນການພົບກັນລະວ່າງ ເຮັບີທີ941ທີມນຳໃນຕາຕະລາງຄະແນນພົບກັບຈັນທະບູລີ ທີມອັນດັບ2ເຊິ່ງແຂ່ງຂັນຄູ່ສຸດທ້າຍ ວັນເສົາ15ກໍລະກົດ2023ທີ່ສະຫນາມກິລາເຈົ້າອານຸວົງ. ຜ່ານການແຂ່ງຂັນຜົນປະກົດວ່າ:ເຮັບີທີ941ສະເໝີ ຈັນທະບູລີ0-0,ສ່ວນຜົນການແຂ່ງຂັນຄູ່ອື່ນ ເອັອີຊີ ສະເໝີ ເອັທີທີ2-2,ຣີນີຕີເສຍໃຫ້ ເມືອງຫາດ1-6,ຄິງດ້ອມ ເສຍໃຫ້ ມ1-4,ເຄພີເອັສ ເສຍໃຫ້ ເຄເອັທີ0-7,ຈັນສີ ເສຍໃຫ້ ໄອສະປອດ1-4.

ສະຫລຸບ ຕາຕະລາງຄະແນນ ເຮັບີທີ941ລົງສະຫນາມ9ນັດ ຊະນະ7ນັດ ສະເຫມີ2ມີ23ຄະແນນ,ອັນດັບ2ຈັນທະບູລີ ລົງສະຫນາມ9ນັດ ຊະນະ6ນັດ ສະເຫມີ3ນັດ ມີ21ຄະແນນ,ອັນດັບ3ເຄເອັມທີ ລົງສະຫນາມ9ນັດ ຊະນະ5ນັດ ສະເຫມີ3ນັດ ເສຍ1ນັດ ມີ18ຄະແນນ,ອັນດັບ4ໄອສະປອດ ລົງສະຫນນາມ9ນັດ ຊະນະ4ນັດ ສະເຫມີ4ນັດ ເສຍ1ນັດ ມີ16ຄະແນນ,ອັນດັບ5ເມືອງຫາດ ລົງສະຫນາມ9ນັດ ຊະນະ4ນັດ ສະເຫມີ3ນັດ ເສຍ2ນັດ ມີ15ຄະແນນ,ອັນດັບ6ຊ ລົງສະຫນາມ9ນັດ ຊະນະ4ນັດ ສະເຫມີ2ນັດ ເສຍ3ນັດ ມີ14ຄະແນນ,ອັນດັບ7ເອັທີທີ ລົງສະຫນາມ9ນັດ ຊະນະ3ນັດ ສະເຫມີ4ນັດ ເສຍ2ນັດ ມີ13ຄະແນນ,ອັນດັບ8ຄິງດ້ອມ ລົງສະຫນາມ9ນັດ ຊະນະ3ນັດ ເສຍ3ນັດ ສະເຫມີ3ນັດ ມີ12ຄະແນນ,ອັນດັບ9ເອັອີຊີ ລົງສະຫນາມ9ນັດ ຊະນະ1ນັດ ສະເຫມີ3ນັດ ເສຍ5ນັດມີ6ຄະແນນ,ອັນດັບ10ຈັນສີ ລົງສະຫນາມ9ນັດ ຊະນະ2ນັດ ເສຍ7ນັດ ມີ6ຄະແນນ,ອັນດັບ11ຣີນີຕີ ລົງສະຫນາມ9ນັດ ຊະນະ1ນັດ ສະເຫມີ1ນັດ ເສຍ7ນັດ ມີ4ແນນ ແລະ ອັນດັບສຸດທ້າຍ ເຄພີເອັສ ລົງສະຫນາມ9ນັດ ເສຍ9ນັດ ມີ0ຄະແນນ.

ສຳລັບການແຂ່ງຂັນບານເຕະ ລາວລີກ2ນະຄອນຫຼວງວຽງຈັນໃນນັດວັນພຸດ19ກໍກົດ2023ເວລາ14:00ເອັອີຊີ ພົບ ໄອສະປອດ,ເວລາ16:00ຈັນສີ ພົບ ຈັນທະບູລີ,ເວລາ18:00ຄິງດອມ ພົບ ເຄພີເອັສ ວັນພະຫັດ20ກໍລະກົດ2023ເວລາ14:00ເອັທີທີ ພົບ ເມືອງຫາດ,ເວລາ16:00ຣີນີຕີ ພົບ ມ,ເວລາ18:00ເຮັບີທີ941ພົບ ເຄເອັມທີ ແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ ແຟນບານສາມາດໄປຕິດຕາມຮັບຊົມໄດ້ໂດຍບໍ່ເສຍຄ່າ(ເຂົ້າຊົມFree).