ພຸດທະໄຊ ໂຄຈະເລີນ ຍ້າຍຮ່ວມສະໂມສອນທັບຫລວງ ຢູໄນເຕັດ

19/07/2023

ວັນທີ19ກໍ​ລະ​ກົ​ດ 2023ເພສເຟສບຸກທາງການຂອງສະໂມສອນ ທັບ​ຫລວງຢູໄນເຕັດTHAP LUANG UNITEDທີມຈາກໄທລີກ3ປະເທດໄທໄດ້ລາຍງານຂ່າວການເປີດໂຕນັກກິລາໃຫມ່‘’ພຸດ​ທະ​ໄຊ ໂຄ​ຈະ​ເລີນ‘’ອະ​ດີດ​ນັກ​ກິ​ລາທີມ​ຊາດ​ລາວເຂົ້າຮ່ວມທີມ,ເປັນນັກເຕະຄົນລາວຜູ້ທຳອິດທີ່ໄດ້ລົງຫລິ້ນໃຫ້ກັບສະໂມສອນ ທັບ​ຫລວງ ແລະເປັນໂຄຕ້າອາຊຽນຂອງສະໂມສອນທີ່ຈະສົ່ງຊື່ເຂົ້າຮ່ວມໄທລີກ3ລະດູການ2023.

ປັດຈຸບັນ,ພຸດທະໄຊ ໂຄຈະເລີນມີອາຍຸ27ປີ ເກີດໃນ ວັນທີ29ທັນວາ1995ທີ່ ບ້ານ ສຸນັນທາ ນະ​ຄອນ​ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດເຄີຍຫລິ້ນໃຫ້ ທີມຊາດລາວມາຫລາຍ ຊຸດນັບຕັ້ງແຕ່ຊຸດເຍົາວະຊົນຈົນເຖິງ ຊຸດໃຫຍ່ .

ພຸດທະໄຊ ກ່ອນຈະກ້າວເປັນນັກກິລາບານເຕະອາຊີບ,ເຄີຍເປັນນັກເຕະເຍົາວະຊົນຂອງສະໂມສອນ ເອສະຣາ ແລະຫລິ້ນໃຫ້ກັບ ສະໂມສອນ ນັບຕັ້ງແຕ່ປີ2007ຈົນເຖິງປີ2014.

-ປີ2015ຫລິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງອັດຕະປື ເອຟຊີ

-ປີ2016ຫລິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າມແຊ້ມ ລາວພຣີເມຍລີກ ແລະ ຮອງແຊ້ມTOYOTA MEKONG CLUB CHAMPIONSHIP 2017

-ປີ2017ຫລິ້ນໃຫ້ກັບ ສະໂມສອນ ທິບ ສະຫວັນ ເອຟຊີ

-ປີ2018 - 2021ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ນະ​ຄອນ​ປະ​ຖົມປະເທດໄທ
-ປີ2021 - 2022ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ສະ​ຫມຸດ​ປະ​ການປະເທດໄທ
-ປີ2023ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ເອ​ສະ​ຣາ ສະຫະພັນບານເຕະແຫ່ງຊາດລາວຂໍ​ອ​ວຍ​ພອນ
ໃຫ້ ພຸດທະໄຊ ໂຄຈະເລີນຈົ່ງປະສົບຜົນສຳເລັດໃນການຫລິ້ນກິລາໃຫ້ກັບສະໂມສອນ ທັບຫລວງ ຢູໄນເຕັດ ທີມຈາກໄທລີກ3ປະເທດໄທໃນຄັ້ງນີ້ດວ້ຍ.