ທິມທະຫານແຂວງຈຳປາສັກ ຄວ້າແຊ້ມການແຂ່ງຂັນບານເຕະລາວລີກ 2

22/07/2023

ທິມບານເຕະທະຫານແຂວງຈຳປາສັກ ຄວ້າແຊ້ມ ການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກຊິງຂັນທ່ານເຈົ້າແຂວງປະຈໍາປີ 2023,ເຊິ່ງພິທີມອບຂັນ,ລາງວັນແລະປິດການແຂ່ງຂັນໄດ້ຈັດຂື້ນໃນວັນເສົາທີ22 ກໍລະກົດ 2023 ນີ້ ພາຍຫຼັງການແຂ່ງຂັນໄດ້ດໍາເນີນມາແຕ່ວັນທີ 8 ເມສາ 2023 ທີ່ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ,ທ່ານ ທ່ານຄຳໄພ ປະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ, ບັນດາທ່ານການນໍາຂັ້ນສູງຂອງແຂວງ, ຄະນະບໍລິຫານງານສະຫະພັນກິລາບານເຕະແຂວງ, ຄະນະຈັດການແຂ່ງຂັນ, ແຂກຖືກເຊີນ, ນັກກິລາ ແລະ ແຟນບານ ເຂົ້າຮ່ວມຢ່າງຫຼວງຫຼາຍດວ້ຍບັນຍາກາດເບີກ ບານມວ່ນຊື່ນ.

ສະຫລຸບຜົນການແຂ່ງຂັນມີດັ່ງນີ້:

1. ທະຫານແຂວງຈຳປາສັກ ໄດ້ຮັບຂັນຊະນະເລີດແລະເງີນລາງວັນ 15 ລ້ານກີບ.

2. ລະບຽງພູ ໄດ້ຮັບເງິນ 7 ລ້ານກີບ.

3. ບາຈຽງ ໄດ້ຮັບເງິນ 5 ລ້ານກີບ.

ຂະນະທີ່ ລາງວັນຍິງປະຕູສູງສຸດເປັນຂອງ ທ້າວສີຄູນ ແສງສະຫວ່າງ ນັກກິລາສະໂມສອນກິລາບານເຕະລະບຽງພູ ໂດຍຍິງໄດ້ 13 ປະຕູ ໄດ້ຮັບເງິນລາງວັນ 1 ລ້ານກີບ.