ບໍລິສັດວັນນະແສງຂຶ້ນເປັນທີມນຳຄະແນນລາວລີກ 2 ແຂວງບໍລິຄຳໄຊ

25/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງບໍລິຄຳໄຊ ໃນອາທິດທີ 6 ​ຜ່ານມາ ເມືອງບໍລິຄັນ ສະເຫມີ ທະຫານແຂວງ 3-3, ບໍລິຄຳໄຊ ສະເຫມີ ສະມາຄົມເຂີຍຫຼັກ 4 2-2 ແລະ ບໍລິສັດ ວັນນະແສງເອົາຊະນະໂຈ​ - ເຈ ຟາມ 2-0. ສະຫລຸບຕາຕະລາງ ຄະແນນ ການແຂ່ງຂັນບານເຕະ ລາວລີກ 2 ແຂວງບໍລິຄຳໄຊ ອັນດັບ 1 ບໍລິສັດ ວັນນະແສງ ລົງສະຫນາມ 6 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ມີ 16 ຄະແນນ, ອັນດັບ 2 ທະຫານແຂວງ ລົງສະຫນາມ 6 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ມີ 14 ຄະແນນ, ອັນດັບ 3 ບໍລິຄຳໄຊ ລົງສະຫນາມ 6 ນັດ ຊະນະ 2 ນັດ ສະເໝີ 2 ນັດມີ 8 ຄະແນນ, ອັນດັບ 4 ໂຈ-ຈາມ ຟາມ ລົງສະຫນາມ 6 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 7 ຄະແນນ, ອັນດັບ 5 ສະຄົມ ເຂີຫຼັກ 4 ລົງສະຫນາມ 6 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 4 ນັດມີ 4 ຄະແນນ ແລະ ອັນດັບ ສຸດທ້າຍ ເມືອງບໍລິຄັນ ລົງສະຫນາມ 6 ນັດ ສະເຫມີ 1 ນັດ ເສຍ 5 ນັດ ມີ 1 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນໃນອາທິດທີ 7 ແຂ່ງຂັນວັນເສົາ 29 ກໍລະກົດ 2023 ເວລາ 09:00 ບໍລິຄຳໄຊ ພົບ ໂຈ​ - ເຈ ຟາມ, ເວລາ 13:00 ທະຫານແຂວງ ພົບ ບໍລິສັດ ວັນນະແສງ ແລະ ເວລາ 15:00 ບໍລິຄັນ ພົບ ສະຄົມເຂີຍຫຼັກ 4 ທຸກໆຄູ່ແຂ່ງຂັນຢູ່ທີ່ສະຫນາມກິລາ ສີທ່ານາໄຊ ສາມາດຕິດຕາມຮັບຊົມການແຂ່ງຂັນໄດ້ເຂົ້າຊົມບໍ່ເສຍຄ່າ(Free) ຫລື ຮັບຊົມການຖ່າຍທອດສົດຜ່ານທາງເຟບຸກ Bolikhamxay League 2.