ປກຊແຂວງເປັນທີມນຳອັນດັບໜຶ່ງແລະເປັນແຊັມຂອງການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມວ່ນ

31/07/2023

ການ​ແຂ່ງ​ຂັນ​ບານ​ເຕະລາວລີກ2ແຂວງຄຳມ່ວນໄດ້ເລີ່ມການ​ແຂ່ງ​ຂັນ​ມາແຕ່ວັນ​ທີ03ມິ​ຖຸ​ນາ2023ແລະຜ່ານການ​ແຂ່ງ​ຂັນມາ​ໄດ້7ອາ​ທິດ,ຜົນປະກົດວ່າທິມບານເຕະປກ​ຊແຂ​ວງ​ຄຳ​ມ່ວນມີ​ຜົນ​ງານ​​ດີເດ່ນເປັນອັນດັບໜຶ່ງຄືລົງ​ສະ​ຫນາມ7ນັດ ຊະ​ນະ6ນັດ ສະ​ເຫມີ1ຍິງ​ໄດ້25ປະ​ຕູ ເສຍ​ພຽງ2ປະ​ຕູ ມີ19ຄະ​ແນນ,ເຖິງຈະເຫຼືອການແຂ່ງຂັນອີກ3ນັດ,ແຕ່ມີຄະແນນສະສົມເປັນອັນດັບໜຶ່ງຈິ່ງຢັ້ງຢືນໄດ້ວ່າທິມບານເຕະປກ​ຊແຂ​ວງ​ເປັນແຊັມຂອງການແຂ່ງຂັນບານເຕະລາວລີກ2ແຂວງຄຳມວ່ນຢ່າງແນ່ນອນແລ້ວ.

ສວ່ນອັນ​ດັບ2ເປັນຂອງທິມ ປ​ກ​ສ ລົງ​ສະ​ຫນາມ7ນັດ ຊະ​ນະ3ນັດ ສະ​ເຫມີ3ນັດ ເສຍ1ນັດ ມີ12ຄະ​ແນນ,ອັນ​ດັບ3ເທບ​ສີ​ໄຮ​ ລົງ​ສະ​ຫນາມ7ນັດ ຊະ​ນະ3ນັດ,ສະເໝີ1ນັດ, ເສຍ3ນັດ ມີ10ຄະ​ແນນ,ອັນ​ດັບ4ລູກ​ຫມູ ລົງ​ສະ​ຫນາມ7ນັດ ຊະ​ນະ2ນັດ,ສະ​ເຫມີ3ນັດ ເສຍ2ນັດ ມີ​9ຄະ​ແນນ,ອັນ​ດັບ5ເລັກ​ຕ້າ ລົງ​ສະ​ຫນາມ7ນັດ ຊະ​ນະ1ນັດ ສະ​ເຫມີ4ນັດ ເສຍ2ນັດ ມີ7ຄະ​ແນນ ແລະ ອັນ​ດັບ ສຸດ​ທ້າຍ ບໍ່​ໂພນ​ຕິ້ວ ລົງ​ສະ​ຫນາມ7ນັດ ເສຍ4ນັດ ມີ0ຄະ​ແນນ.
ສຳລັບຕາ​ຕະ​ລາງ ການ​ແຂ່ງ​ຂັນ ວັນ​ທີ31ກໍ​ລະ​ກົດ2023ເວ​ລາ15:00ມ ເທ​ບ​ສີ​ໄຮ ພົບ ເລັ​ກ​ຕ້າ,ວັນ​ທີ02ສິງ​ຫາ2023ເວ​ລາ15:00ປກ​ສ ແຂວງ​ຄຳ​ມ່ວນ ພົບ ລູກ​ຫມູ ແລະ ວັນ​ທີ4ສິງ​ຫາ2023ເລັກ​ຕ້າ ພົບ ບໍ່​ໂພນ​ຕິ້ວ ໂດຍ​ທຸກໆ​ນັດ​ແມ່ນ​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ຄຳ​ມ່ວນ.