ຈັດກອງປະຊຸມເຕັກນິກການແຂ່ງຂັນກິລາບານເຕະເຍົາວະຊົນ U15

07/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດກອງ​ປະ​ຊຸມ​ເຕັກ​ນິກການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ15ປີ ຫຼື U15 ໄດ້​ຈັດ​ຂຶ້ນ​ຕອນ​ເຊົ້າ ວັນ​ຈັ​ນ 07 ສິງ​ຫາ 2023 ຢູ່​ຫ້ອງ​ປະ​ຊຸມ ສຕລ ພາຍ​ໃຕ​້​ການ​ເປັນ​ປະ​ທານກອງ​ປະ​ຊຸມ​ຂອງທ່າ​ນ ຈັນ​ທະ​ວົງ ສິ​ລິ​ມະ​ໂນ​ທຳ ຮອງ​ເລ​ຂາ​ທິ​ການ ສຕລ,ໂດຍມີທ່ານ ສັນ​ຕິ​ກອນ ແສງ​ດາ​ລາ ຫົວ​ຫນ້າ​ພະ​ແນກ​ຈັດ​ການ​ແຂ່ງ​ຂັນ ສ​ຕ​ລ, ພ້ອມ​ດ້ວຍ​ວິ​ຊາ​ການທີ່​ກ່ຽວ​ຂ້ອງ ແລະຜູ້ຕາງ​ຫນ້າ​ບັນ​ດາ​ສະ​ໂມ​ສອນກິລາບານ ເຕະເຂົ້າ​ຮ່ວມ​.

ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອກະກຽມໃຫ້ແກ່ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ U15 ຊີງ​ຂັນ ສຕລ ປະ​ຈຳ​ປີ 2023 (LFF U-15 CHAMPIONSHIP 2023) ທີ່ຈະເລີ່ມແຂ່ງຂັນລະຫວ່າງວັນທີ 8 ສິງຫາ ຫາ 2 ກັນ ຍາ 2023 ເຊິ່ງກຳນົດເອົາ 8 ສະໂມສອນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຕະບານລີກສູງສຸດຂອງປະເທດມາແຂ່ງຂັນກັນ ປະ ກອບມີ ເອສະຣາ , ຊ້າງນ້ອຍ , ມາສເຕີ ເຊເວັ້ນ , ກອງທັບ , ນໍ້າທາ , ຫຼວງພະບາງ ແລະ ວຽງຈັນ , ໂດຍຈະແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ ພ້ອມທັງຈົກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ. ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3, ການແຂ່ງຂັນແມ່ນຈະແຂ່ງຂັນທັງຫມົດ 80 ນາທີ ໂດຍແບ່ງອອເປັນ 2 ຕັ້ງ , ຕັ້ງລະ 40 ນາທີ.
ສຳ​ລັບ​ຕາ​ຕະ​ລາງ ກາ​ນ​ແຂ່ງ​ຂັນ​ໃນ​ນັດ​ທຳ​ອິດ ຈະ​ມີ​ຂຶ້ນໃນວັນ​ທີ 08 ສິງ​ຫາ 2023
-
ເວ​ລາ 15:30 ຈຳ​ປາ​ສັກ ພົບ ນ້ຳ​ທາ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ຫຍ້າ​ທຽມ​ຂອງ ສຕລ ສະ​ຫນາມ 1
-
ເວລາ 15:30 ຊ້າງນ​້ອຍ ພົບ ວຽງ​ຈັ​ນ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ຫຍ້າ​ທຽມ​ຂອງ ສຕລ ສະ​ຫນາມ 2
-
ເວ​ລາ 18:30 ຫຼວງ​ພະ​ບາງ ພົບ ກອງ​ທັບ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ຫຍ້າ​ທຽມ​ຂອງ ສຕລ ສະ​ຫນາມ 1
-
ເວ​ລາ 18:30 ເອ​ສະ​ຣາ ພົບ ມາ​ສ​ເຕີ​້ ເຊ​ເວັ້ນ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ຫຍ້າ​ທຽມຂອງ​ ສຕລສະ​ຫນາມ 2
ທ່ານສາ​ມາດ​ໄປຊົມ ແລະ ເຊຍ ​ຕິດ​ຂອບ​ສະ​ຫນາມ​ທີມ​ທີ່​ຕົນ​ເອງ​ມັກ​ໄດ້, ເຂົ້າ​ຊົມ​ບໍ່ເສຍຄ່າ(Free) ແລະ ສາ​ມາດ​ຮັບ​ຊົມ ການ​ຖ່າຍ​ທອດ​ສົດ​ໄດ້​ທີ່ ເພ​ສ​ເຟ​ສ​ບຸກ LFF U-15Championship ແລະ Youtube LAOFFTV LAOFF TV ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ.