ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດ ການແຂ່ງຂັນຟຸດຊໍ ລີກ ປະຈຳປີ 2023

10/08/2023

ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ກຽມ​ຈັດ​ການ​ແຂ່ງ​ຂັນ​ຟຸ​ດ​ຊໍ ລີກ ປະ​ຈຳ​ປີ 2023 FUTSAL LAO LEAGUE 2023 ໂດຍ​ຈະ​ເລີ້ມ​ແຂ່ງ​ຂັນ ວັນ​ທີ 09 ກັນ​ຍາ ຫາ 19 ພະ​ຈິກ 2023 ໂດຍ​ຈະ​ໃຊ້​ສະ​ຫນາມ​ກິ​ລາ​ຟຸດ​ຊໍ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ເປັນ​ສະ​ຫນາມ​ແຂ່ງ​ຂັນ ກຳ​ນົດ​ເອົາ 12 ທີມເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ສຳ​ລັບ​ຮູບ​ແບບ​ການ​ແຂ່ງ​ຂັນຄັ້ງ​ນີ້​ແມ່ນ​ແຂ່ງ​ຂັນ​ແບບ​ພົບ​ກັນ​ຫມົດ 1 ຮອບ ເກັບ​ຄະ​ແນນ ລ​ວ​ມ​ທັງ​ຫມົດມີ 66 ນັດ ສະ​ເລ່ຍ 11 ນັດ / ທີມ.
ການແຂ່ງຂັນຟຸດຊໍ ລີກ ແມ່ນຈັດການແຂ່ງຂັນລ້າສຸດໃນປີ 2017 ໂດຍມີທັງຫມົດ 10 ທີມ ເຊິ່ງຄັ້ງນັ້ນ ອັນດັບ 1 ແມ່ນ ສົມສະນຸກຟາມ ລົງ​ສະ​ຫນາມ 9 ນັດ ຊະນະ 9 ນັດ ມີ 27 ຄະແນນ, ອັນ​ດັບ 2 ນະຄອນຫລວງ ຢູໄນເຕັດ ລົງສະຫນາມ 9 ນັດ ມີ 24 ຄະແນນ, ອ​ັນ​ດັບ 3 ເອັສ ທີ ທີ ເອຟຊີ ລົງສະຫນາມ 9 ນັດ ມີ 21 ຄະແນນ, ​ອັນ​ດັບ 4 ສູນກິລາສະເຕດ້ຽມ ເອຟຊີ ມີ 18 ຄະແນນ, ອັນ​ດັບ 5 ມະຫາວິທະຍາໄລວິທະຍາສາດສຸຂະພາບ ລົງສະຫນາມ 9 ນັດ ມີ 13 ຄະແນນ, ອັນ​ດັບ 6 ກຣີນໄລເດີ້ ເອຟຊີ ລົງສະຫນາມ 9 ນັດ ມີ 12 ຄະແນນ, ອັນ​ດັບ 7 ດີເຄ ເອຟຊີ ລົງສະຫນາມ 9 ນັດ ມີ 10 ຄະແນນ, ອັນ​ດັບ 8 ບຸນເກີດສຶກສາ ເອຟຊີ ລົງສະຫນາມ 9 ນັດ ມີ 6 ຄະແນນ, ​ອັນ​ດັບ 9 ເອຟຊີ ລັກກີ້ ລົງສະຫນາມ 9 ນັດ ມີ 3 ຄະແນນ ແລະ ​ອັບ​ດັບ 10 ວິທະຍາໄລລາວທ໋ອບ ລົງສະຫນາມ 9 ນັດ ບໍ່ມີຈັກຄະແນນ, ລາງວັນທີມມາລະຍາດດີເດັ່ນ ທີມ ມະຫາວິທະຍາໄລວິທະຍາດສຸຂະພາບ ແລະ ນັກເຕະຍິງປະຕູສູງສຸດ ໂຕນ້າ ບຸນມະໄລ ຈາກ ທີມ ເອັສ ທີ ທີ ເອຟຊີ ຍິງໄດ້ 54 ປະຕູ.


ແຟນ​ບານ​ຟຸດ​ຊໍ​ຫ້າມ​ພາດ​ເລີ້ມ​ການ​ແຂ່ງ​ຂັນ​ນັບ​ຕັ້ງ​ແຕ່​ວັນ​ທີ 09 ກັນ​ຍາ 2023 ເປັນ​ຕົ້ນ​ໄປ ເຂົ້າ​ຊົມ​ບໍ່ເສຍຄ່າ(Free)