ສ້າງຕັ້ງ ໜ່ວຍງານສະກັດກັ້ນການລົ້ມບານ

17/08/2023

ເພື່ອໃຫ້ການແຂ່ງຂັນກິລາບານເຕະທີ່ ສຕລ ຈັດຂຶ້ນ ຫຼື ເຂົ້າຮ່ວມມີຄວາມໂປ່ງໃສ ຮັບປະກັນໄດ້ບໍ່ໃຫ້ມີການທຸຈະຣິດ ຫຼື ລົ້ມ ຫຼື ລັອກຜົນຂອງການແຂ່ງ ຂັນຕາມຂໍ້ກຳນົດແລະກົດລະບຽບຂອງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກໍຄືສະຫະພັນບານເຕະອາຊີ ແລະ ສະຫະພັນບານເຕະສາກົນ.

ສະນັ້ນ ສຕລ ຈຶ່ງໄດ້ສ້າງຕັ້ງໜ່ວຍງານສະກັດກັ້ນການລົ້ມບານຂື້ນ ໂດຍໄດ້ຮັບການສະໜັບສະໜູນ ແລະ ຊີ້ນໍາຈາກສະຫະພັນບານເຕະສາກົນ.

ຫາກທ່ານໃດມີຂໍ້ມູນກ່ຽວກັບການລົ້ມ ບານ,ທ່ານສາມາດແຈ້ງຂໍ້ມູນໄປຫາ ໜ່ວຍງານສະກັດກັ້ນການລົ້ມບານໄດ້ຕາມທີ່ຢູ່ອີເມລດັ່ງນີ້: [email protected] ຂໍ້ມູນທີ່ທ່ານສົ່ງໄປຈະມີພຽງຫົວໜ້າໜວ່ຍ ງານສະກັດກັ້ນການລົ້ມບານ ພຽງຄົນດຽວເທົ່ານັ້ນທີ່ມີສິດເຂົ້າໄປອ່ານ ຊຶ່ງທຸກຂໍ້ມູນຈະຖືກຮັກສາໄວ້ເປັນຄວາມລັບເປັນຢ່າງດີ.