ຈັດຝຶກອົບຮົມບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS

28/11/2023

ສະຫະພັນບານເຕະນາໆຊາດຮ່ວມກັບສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຂື້ນໃນວັນທີ 28 ພະຈິກ 2023 ທີ່ໂຮງແຮມ ແລນມາກ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ່ Fatimata Sow Sidibe ຫົວຫນ້າໂຄງການກິລາບານເຕະໃນໂຮງຮຽນ,ຜູ້ຕາງຫນ້າກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄູອາຈານທີ່ສິດສອນວິຊາພະລາສຶກສາຈຳນວນ 80 ທ່ານ ຈາກ 80 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດພິທີວ່າ:ສຳລັບການຝຶກອົບຮົມກິລາບານເຕະໃນໂຮງຮຽນໃນໂຄງການດັ່ງກ່າວນີ້ແມ່ນມີຈຸດປະສົງສົ່ງເສີມໃຫ້ນັກຮຽນ ໄດ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນຫລາຍຂຶ້ນ ແລະ ໄດ້ຮັບການຝຶກແອບຢ່າງຖືກວິທີ ສອນໂດຍຄູອາຈານພາລະສຶກສາພາຍໃນໂຮງຮຽນ ເພື່ອເປັນຕົວແບບ ແລະເປັນອີກໂຄງການໜຶ່ງສຳລັບປີຕໍ່ໆໄປ, ພາຍຫຼັງການຝຶກອົບຮົມສຳເລັດລົງ,ພວກເຮົາຈະໄດ້ມີພິທີເປີດພິທີໂຄງການ ກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໃນວັນທີ 30 ພະຈິກ 2023.

 ສະຫະພັນບານເຕະແຫ່ງຊາດລາວຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການພັດທະນາບານເຕະຂັ້ນພື້ນຖານໃຫ້ແກ່ນັກຮຽນ,ເຊິ່ງທີ່ຜ່ານມາ ໄດ້ມີການລົງເຮັດກິດຈະກຳບານເຕະຂັ້ນພື້່ນຖານ ແລະ ຈັດຝຶກອົບຮົມຄູຝຶກລະດັບ D ໃນທຸກໆແຂວງທົ່ວປະເທດ. ສໍາລັບໂຄງການນີ້ແມ່ນຈະສຸມໃສ່ການພັດທະນາບານເຕະໃນໂຮງຮຽນເປັນຫຼັກ ໂດຍແມ່ນບັນດານັກຮຽນ ແລະ ຄູພາລະເປັນເປົ້າຫມາຍຫລັກຂອງໂຄງການດັ່ງກ່າວ.

ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ(Fatimata Sow Sidibe) ຫົວຫນ້າ ໂຄງການກິລາບານເຕະໃນໂຮງຮຽນ ໄດ້ກ່າວວ່າ ຮູ້ສຶກເປັນກຽດທີ່ໄດ້ມາປະເທດລາວແລະໄດ້ເຂົ້າຮ່ວມຝຶກອົບຮົມກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ເຊິ່ງໂຄງການດັ່ງກ່າວໄດ້ຈັດຂຶ້ນໃນຫລາຍປະເທດ.ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ ກ່າວຢໍ້າຕື່ມວ່າ ໂຄງການນີ້ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ, ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ.ຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາ ໂຮງຮຽນຂອງຕົນເອງ ໄປສິດສອນບານເຕະໃຫ້ ກັບບັນດາເຍົາວະຊົນແລະສະແດງຄວາມຊົມເຊີມມາຍັງ ສຕລ ທີ່ສາມາດສ້າງແຜນຍຸດທະສາດພັດທະນາກິລາບານເຕະຍິງ ແລະ ຈັດການແຂ່ງຂັນລາວລີກຍິງ ເປັນຄັັ້ງທໍາອິດ.

  ການຝຶກອົບຮົມດັ່ງກ່າວແມ່ນຈະດຳເນີນໄປເປັນເວລາ 2 ມື້ນັບຕັ້ງແຕ່ວັນທີ 28 – 29 ພະຈິກ 2023 ເຊິ່ງລວມມີພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ທີ່ສະຫນາມ, ແລະ ຈະໄດ້ເປີດພີທີໂຄງການ FIFA FOOTBALL FOR SCHOOLS ໃນວັນທີ 30 ພະຈິກ 2023.

ສຳລັບໂຄງການດັ່ງກ່າວຖືວ່າເປັນໂຄງການໄລຍະຍາວ ແລະເປັນໂຄງການຮ່ວມມືລະຫວ່າງ ສະຫະພັນບານເຕະນາໆຊາດ(FIFA)ກັບ ສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະ ເພື່ອພັດທະນາບານເຕະລະດັບເຍົາວະຊົນຂອງສປປລາວ.