ບຸນພະຈັນ ບຸນກອງ:ນັກກິລາໜຶ່ງດຽວຂອງສປປລາວໄດ້ແຊ້ມລີກກຳປູເຈຍກັບ ສະໂມສອນ Preah Khan Reach Svay Rieng FC

14/05/2024

ລາຍງານຂ່າວຈາກກຳປູເຈຍເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ:ບຸນພະຈັນ ບຸນກອງນັກກິລາບານເຕະທິມຊາດລາວແມ່ນໜຶ່ງດຽວຂອງສປປລາວທີ່ໄດ້ແຊ້ມລີກກຳປູເຈຍກັບສະໂມສອນ Preah Khan Reach Svay Rieng FC.ໂອກາດນີ້ຕາງໜ້າສະຫະພັນບານເຕະແຫ່ງຊາດລາວກໍຄືແຟນບານທົ່ວສປປລາວຂໍສະແດງຄວາມຊົມເຊີຍແລະຍິນດີນຳ ບຸນພະຈັນ ບຸນກອງ ກອງຫນ້າທີມຊາດລາວ ກາຍເປັນນັກກິລາລາວຄົນທຳອິດທີ່ ໄດ້ແຊ້ມລີກກຳປູເຈຍ🏆 ກັບ ສະໂມສອນ Preah Khan Reach Svay Rieng FC ຢ່າງເປັນທາງການ. ກ່ອນຫນ້ານັ້ນ ບຸນພະຈັນ ໄດ້ແຊ້ມລາຍການ Hun Sen Cup 2024.

ບຸນພະຈັນໄດ້ໃຫ້ສຳພາດວ່າ: " ດີໃຈ ແລະ ພູມໃຈ ຫລາຍທີ່ໄດ້ 2 ແຊ້ມເປັນຄັ້ງທໍາອິດທີ່ປະເທດກໍາປູເຈຍ ແລະ ເປັນຄັ້ງທຳອິດທີ່ໄດ້ມາຫລິ້ນຢູ່ ສະໂມສອນນີ້.ກ່ອນອື່ນ,ຢາກຂໍຂອບໃຈສະຫະພັນບານເຕະແຫ່ງຊາດລາວແລະສະໂມສອນຊ້າງນ້ອຍທີ່ໃຫ້ໂອກາດໃຫ້ຕົນເອງໄດ້ມາຫລິ້ນຢູ່ຕ່າງປະເທດ,ກໍຄືສະແດງຄວາມຂໍຂອບໃຈອີກເທື່ອຫນຶ່ງຕໍ່ສະໂມສອນ Preah Khan Reach Svay Rieng ທີ່ໃຫ້ໂອກາດຕົນເອງໄດ້ຫລິ້ນກັບສະໂມສອນນີ້ແລະຂອບໃຈທຸກຄົນທີ່ໃຫ້ການສະຫນັບສະຫນູນ ແລະ ເປັນກຳລັງໃຈໃຫ້".

ສຳລັບປະຫວັດ ບຸນພະຈັນ ບຸນກອງ ແມ່ນເກີດວັນທີ 29 ພະຈິກ 2000 ສູງ 168 ຊັງຕີແມັດ ແລະ ນ້ຳໜັກ 60 ກິໂລກຣາມ ເກີດທີ່ບ້ານນາແກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເປັນລູກຊາຍຂອງ ທ່ານ ບຸນກອງ ແລະ ທ່ານ ນາງ ບຸນລັບ ມີນ້ອງຊາຍ 1 ຄົນ.

     ບຸນພະຈັນ ເລີ່ມຫຼິ້ນກີລາເຕະບານມາຕັ້ງແຕ່ນ້ອຍໃນສະໄໝຮຽນປະຖົມ ດ້ວຍໃຈຮັກມັກ ແລະ ຕິດພັນກັບກີລາບານເຕະ ເນື່ອງຈາກຜູ້ເປັນພໍ່ເຄີຍຫຼິ້ນມາກ່ອນ, ບຸນພະຈັນ ເປັນນັກເຕະອາຍຸນ້ອຍທີ່ສຸດພຽງ 15 ປີ ໃນບານເຕະລາວ ພຣີເມຍລີກ ໂດຍເລີ່ມຕົ້ນຫຼິ້ນໃຫ້ກັບຊຸດເຍົາວະຊົນຂອງ ສະຫວັນ ເອັຟຊີ ໂດຍຄູຝຶກຂອງ ສະຫວັນ ເອັຟຊີ ທ່ານ ເອກກະພົບ ໂພທິໃສ ເຫັນວ່າຜູ້ກ່ຽວມີແວວ ມີພອນສະຫວັນໃນດ້ານກິລາບານເຕະ,ຈິ່ງສົ່ງເສີມໃຫ້ໂອກາດຜູ້ກ່ຽວເຂົ້າມາທົດລອງຫຼິ້ນໃນຊຸດໃຫຍ່ລົງສະໜາມນັດທໍາອິດພົບກັບ ຊ້າງນ້ອຍໃນປີ 2015 ແລະ ໃນເວລາຕໍ່ມາຜູ້ກ່ຽວຍິງ 1 ປະຕູທໍາອິດໄດ້ໃນນັດທີ່ ສະຫວັນ ເອັຟຊີ ເສຍໃຫ້ ທີມໄຟຟ້າລາວ 2-3.

ບຸນພະຈັນ ບຸນກອງ ເຄີຍເຂົ້າຮວ່ມເປັນນັກກິລາຂອງສູນຝຶກ(Academy) ແຂວງສະຫວັນນະເຂດ,ສູນຝຶກລັດຕະນະວົງທ່ອງທ່ຽວ,ສູນຝຶກຟຸກໂມບາຍ,ສູນຝຶກບ້ານນາແກ ແລະ ເຄີຍຫລິ້ນໃຫ້ກັບ ສະໂມສອນ ສະຫວັນ ເອັຟຊີ, ສະໂມສອນ ສະຫວັນ ຢູໄນເຕັດ, ສະໂມສອນ ທິບສະຫວັນ ເອັຟຊີ ແລະ ສະໂມສອນ ຊ້າງນ້ອຍ ເອັຟຊີ, ຕິດທີມຊາດລາວ ໃນແຕ່ລະຮຸ່ນອາຍຸນັບຕັ້ງແຕ່ U16, U18, U19, U21, U23 ແລະ ຕິດທີມຊາດລາວຊຸດໃຫຍ່ໃນປີ 2018.

ສຳລັບຜົນງານທີ່ຫລິ້ນໃຫ້ກັບຊ້າງນ້ອຍ ແມ່ນສາມາດຄວ້າແຊ້ມ 4 ລາຍການຄື: ເປບຊີ ລາວລີກ 1 ໃນປີ 2022, 2023, ການແຂ່ງຂັນບານເຕະຊີງຂັນ ສຕລ ໃນປີ 2020 ແລະ ປີ 2022. ບຸນພະຈັນ ບຸນກອງເປັນນັກກິລາທີ່ຖະນັດຫຼີ້ນໃນກອງກາງ, ແລະກອງໜ້າ.