ເລີ່ມແລ້ວການແຂ່ງຂັນລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກລີກ2ປະຈໍາປີ 2024

27/05/2024

         ການແຂ່ງຂັນກິລາບານເຕະ ລາວ ໂຕໂຢຕ້າພາກໃຕ້ ຈໍາປາສັກ ລີກ 2 ປະຈໍາປີ 2024 ເປີດຂື້ນຢ່າງເປັນທາງການເມື່ອບໍ່ດົນມານີ້,ທີ່ສະໜາມກິລາແຂວງຈໍາປາສັກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ທັງເປັນຄະນະບໍລິຫານງານສະຫະພັນກິລາບານເຕະແຫ່ງຊາດລາວ.

          ໃນພິທີ, ທ່ານ ວິໄລວັນ ແກ້ວເຮືອງສີ ຄະນະບໍລີຫານງານສະຫະພັນກິລາບານເຕະແຂວງຈໍາປາສັກ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ, ການກະກຽມ ແລະ ການດຳເນີນການແຂ່ງຂັນ ເຊິ່ງປະກອບມີ 6 ສະໂມສອນເຂົ້າຮ່ວມການແຂ່ງຂັນຄື: ສະໂມສອນກິລາບານເຕະທະຫານແຂວງຈໍາປາສັກ(ແຊັ້ມເກົ່າ), ສະໂມສອນກິລາບານເຕະລະບຽງພຸ(ຮອງແຊັ້ມ), ສະໂມສອນກິລາບານເຕະ ປ.ກ.ສ ແຂວງຈໍາປາສັກ, ສະໂມສອນກິລາບານເຕະສີລາເພັດ, ສະໂມສອນກິລາບານເຕະປິນແກ້ວ 2010ແລະ ສະໂມສອນກິລາບານເຕະບຸ່ງອຸດົມ. ຈາກນັ້ນ, ທ່ານແກ້ວລັດຕະນະ ສີຫາວົງ ປະທານຈັດການແຂ່ງຂັນ ໄດ້ມີຄໍາເຫັນໂອ້ລົມ ກ່າວເປີດການແຂ່ງກິລາບານເຕະລາວ ໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລີກ 2 ປະຈໍາປີ 2024 ຢ່າງເປັນທາງການ,ເຊິ່ງທ່ານໄດ້ຍົກໃຫ້ເຫັນຈຸດປະສົງຂອງການຈັດການແຂ່ງຂັນຄັ້ງນີ້ກໍ່ເພື່ອປະຕິບັດຕາມແຜນການເຄື່ອນໄຫວ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 , ທັງເປັນການສ້າງຂະບວນການຕ້ອງຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະເພື່ອເປັນການຕ້ອນຮັບກອງປະ ຊຸມສາມຂັ້ນຂອງແຂວງຈໍາປາສັກ ໃຫ້ມີບັນຍາກາດ ແລະ ຂະບວນການຟົດຟື້ນ ແລະເພື່ອເປັນການຄັດເລືອກໃຫ້ໄດ້ນັກກິລາທີ່ມີຄວາມສາມາດ ເຂົ້າຮັບໃຊ້ແຂວງ ແລະ ທິມຊາດລາວ.ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ບັນດາສະໂມສອນຕະຫຼອດຄະນະຈັດການແຂ່ງຂັນຈົ່ງພ້ອມກັນເອົາໃຈໃສ່ ແລະ ເຮັດສໍາເລັດໜ້າທີ່ຄວາມຮັບຜິດຊອບ,ໂດຍສະເພາະນັກກິລາ ຈົ່ງພ້ອມກັນຕັ້ງ ແລະ ເອົາໃຈໃສ່ ຝຶກແອັບຕົນເອງ ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດໃນການເຂົ້າຮ່ວມການແຂ່ງຂັນລາຍການດັ່ງ ກວ່າສາມາດຕໍ່ຍອດ ນໍາພາຕົນກ້າວໄປສູ່ການເປັນນັກກິລາອາຊີບ ແລະ ຮັບໃຊ້ຊາດ.

           ເຂົ້າຮ່ວມໃນພິທີນີ້ຍັງມີບັນດາທ່ານຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ຄະນະນະບໍລິຫານງານສະຫະພັນກິລາບານເຕະແຂວງຈໍາປາສັກ,ຜູ້ຕາງໜ້າບັນດາສະໂມສອນກິລາບານເຕະທີ່ເຂົ້າຮ່ວມການແຂ່ງຂັນ, ຄະນະຈັດການແຂ່ງຂັນ, ນັກກິລາ ແລະແຟນບານເຂົ້າຮ່ວມຢ່າງພ້ອມພຽງ.