ຝຶກອົບຮົມກຳມະການຕັດສິນ ເພື່ອການແຂ່ງຂັນບານເຕະລາວລີກຍິງ2024 ທີ່ຈະເປີດສາກຂຶ້ນ15ມິຖຸນານີ້

12/06/2024

           ຕອນເຊົ້າ ວັນທີ 12 ມິຖຸນາ 2024 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີພິທີເປີດຊຸດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2024 Lao Women's League 2024 ໂດຍເຂົ້າຮ່ວມພິທີເປີດຂອງທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຮອງຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ປະເມີນກຳມະການຕັດສິນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 27 ຄົນ ເປັນຍິງ 15 ຄົນ.

          ໂອກາດດັ່ງກ່າວ ທ່ານ ປະສາດໄຊ ພິລາພັນເດຊ ໄດ້ຮຽກຮ້ອງໃຫ້ກຳມະການຕັດສິນທີ່ເຂົ້າຮວ່ມຝຶກອົບຮົມຄັ້ງນີ້ໃຫ້ເອົາໃຈໃສ່ຢ່າງລະອຽດກ່ຽວກັບກົດລະບຽບກະຕິກາທີ່ທາງສະຫະພັນບານເຕະສາກົນ(FIFA)ໄດ້ປັບປຸງໃໝ່ 2024 ພ້ອມໃຫ້ຮັກສາສຸຂະພາບ ເພື່ອຕໍ່ຍອດການໄປຕັດສິນໃນລະດັບສາກົນໃນຕໍ່ຫນ້າ.ການຝຶກອົບຮົມ,ນອກຈາກກຽມຄວາມພ້ອມເຂົ້າຮ່ວມຕັດສິນການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2024ແລ້ວຍັງເປັນການກຽມຄວາມພ້ອມທາງດ້ານກະຕິກາ, ພາລະກໍາລັງ, ອັບເດດ ກະຕິກາ ຟີຟາ ປັບປຸງໃຫມ່ 2024ຕື່ມອີກ ເຊິ່ງການຝຶກອົບຮົມຈະໄດ້ດໍາເນີນການຝຶກອົບຮົມ 3 ມື້ຄືນັບຕັ້ງແຕ່ວັນທີ 12 -14 ມິຖຸນາ 2024.

            ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2024 ( Lao Women's League 2024)ຈະເປີດສາກຢ່າງເປັນທາງການໃນວັນເສົາ 15 ມິຖຸນາ ຫາ 08 ກັນຍາ 2024,ເຊິ່ງການແຂ່ງຂັນແມ່ນແຂ່ງຂັນແບບລີກ ພົບກັນໝົດທັງ 2 ຮອບ ໂດຍມີ10 ທີມ ເຂົ້າຮ່ວມປະກອບມີ:

1. ກອງທັບ

2. ນ້ຳທາ

3. ຈຳປາສັກ

4. ຫຼວງພະບາງ

5. ມາສເຕີ້ ເຊເວັ້ນ

6. ທ່າຊ້າງ

7. ເອັສອີຊີ

8. ປາກຊັນ

9. ມະຫາວິທະຍາໄລແຫ່ງຊາດລາວ

10. ວຽງຈັນ

              ການແຂ່ງຂັນຄັ້ງນີ້ຈະນຳໃຊ້ 7 ສະຫນາມຄື: ກິລາແຫ່ງຊາດຫຼັກ 16,ສູນຝຶກຫ້ວຍຫົງ ( 2 ສະຫນາມ),ກິລາກາງມະຫາວິທະຍາໄລແຫ່ງຊາດລາວ,ກິລາກອງທັບ ຫຼັກ 5,ກິລາກອງບັນຊາການທະຫານແຂວງວຽງຈັນ ແລະສະຫນາມກິລາສະຖານບັນກິລາ-ກາຍຍະກຳ ( ສີເກີດ )

ສໍາລັບ ທີມທີ່ເຂົ້າຮ່ວມນັ້ນແມ່ນໄດ້ຮັບເງິນອຸດໜູນຈຳນວນ 150 ລ້ານກີບ ຂະນະທີ່ ເງິນລາງວັນ ອັນດັບ 1 ແມ່ນຈະໄດ້ຮັບຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ, ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນລວມມີ: ລາງວັນນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜວ່ຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1ໜວ່ຍ ແລະ ລາງວັນນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜວ່ຍ.

           ຕາຕະລາງ ການແຂ່ງຂັນບານເຕະ ລາວລີກ ຍິງ 2024 LAO WOMEN'S LEAGUE 2024 ນັດທີ 1

- ວັນເສົາ 15 ມິຖຸນາ 2024

ເວລາ 16:00 ມາສເຕີ້ ເຊເວັ້ນ ພົບ ມຊ

ແຂ່ງຂັນຢູ່ທີ່ ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ

ຖ່າຍທອດສົດ

ເວລາ 16:00 ຫຼວງພະບາງ ພົບ ວຽງຈັນ

ແຂ່ງຂັນຢູ່ທີ່ ສະຫນາມສູນຝຶກຫ້ວຍຫົງ 2

ເວລາ 16:00 ຈຳປາສັກ ພົບ ທ່າຊ້າງ

ແຂ່ງຂັນຢູ່ທີ່ ສະຫນາມສູນຝຶກຫ້ວຍຫົງ 1

ຖ່າຍທອດສົດ

ເວລາ 16:00 ກອງທັບ ພົບ ປາກຊັນ

ແຂ່ງຂັນຢູ່ທີ່ ສະຫນາມກິລາກອງທັບ

ຖ່າຍທອດສົດທາງເຟສບຸກ

ເວລາ 16:00 ນໍ້າທາ ພົບ ເອັສອີຊີ

ແຂ່ງຂັນຢູ່ທີ່ ສະຫນາມກິລາ ສະຖາບັນກິລາ - ກາຍຍະກຳ ສີເກີດ

ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ ເວບໄຊ ສະຫະພັນບານເຕະແຫ່ງຊາດລາວ www.laoff.org.la