ທີມຊາດລາວU17ຖືກຈັດຢູ່ກຸ່ມ H ຮ່ວມກັບມາເລເຊຍ,ສະຫະລັດ ອາຣັບ ເອມີເຣດ, ເລບານອນ

13/06/2024

          ວັນທີ 13 ມິຖຸນາ 2024 ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍຮຸ່ນອາຍຸບໍ່ເກີນ17ປີ(U17)ຊິງແຊ້ມອາຊີ 2025 ຮອບຄັດເລືອກ ໂດຍມີທັງຫມົດ 42 ທີມເຂົ້າຮ່ວມ ແບ່ງອອກເປັນ 10 ກຸ່ມ ຜົນການຈັບສະຫລາກທິມຊາດລາວຖືກຈັດຢູ່ໃນກຸ່ມ H,ໂດຍປະກອບມີ: ມາເລເຊເຍ,ສປປລາວ ( ເຈົ້າພາບຮອບຄັດເລືອກ ) , ສະຫະລັດ ອາຣັບ ເອມີເຣດ ແລະ ເລບານອນ

          ຮອບຄັດເລືອກຈະແຂ່ງຂັນໃນລະຫວ່າງ ໃນລະຫວ່າງວັນທີ 19-27 ຕຸລາ 2024 ຮູບແບບການຄັດເລືອກ:ເອົາທີ 1 ຂອງ 10 ກຸ່ມ ບວກກັບ ທີ 2 ດີສຸດ 5 ທີມ ບວກກັບ ເຈົ້າພາບ ຊາອຸດິອາຣາເບຍ ເຂົ້າຮອບສຸດທ້າຍ ປີ 2025.

  4 ທີມ ທີ່ສາມາດເຂົ້າສູ່ຮອບຮອງຊະນະເລີດ ໄດ້ສິດເປັນຕົວແທນທະວີບອາຊີ ໄປແຂ່ງຂັນບານເຕະຊາຍ U17 ປີ ຊິງແຊ້ມໂລກ 2025 ທີ່ປະເທດກາຕ້າ.