ໂສມຫນ້າ ຄະນະນຳ,ຄະນະ ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024 ASEAN U16 BOY'S CHAMPIONSHIP 2024 ທີ່ປະເທດອິນໂດເນເຊຍ

18/06/2024

ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024 ASEAN U16 Boy's Championship 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 21 ມິຖຸນາ ຫາ 04 ກໍລະກົດ 2024 ຄະນະນຳ , ຄະນະຄູຝຶກ ແລະ ນັກກິລາ ມີລາຍຊື່ດັ່ງລຸ່ມນີ້:

ລາຍຊື່ ຄະນະນຳ , ຄະນະຄູຝຶກ

1. ທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສຕລ ຄະນະນໍາ

2. ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ

3. ທ່ານ ນ. ພອນທິບ ແສງມະນີ ຜູ້ຊ່ວຍຄູຝຶກ

4. ທ່ານ ສອນວິໄລ ສີຫາວົງ ຜູ້ຊ່ວຍຄູຝຶກ

5. ທ່ານ ພັທ ແສງເພັດ ວົງໄຊຍະລາດ ຄູຝຶກຜູ້ຮັກສາປະຕູ

6. ທ່ານ ຄອນສະໄຫມ ຈັນທະວົງໄຊ ຜູ້ຈັດການທີມ

7. ທ່ານ ນ. ເຄືອວັນ ເມັງວິໄລ ແພດປະຈໍາທີມ

8. ທ່ານ ແສງຈັນ ສີບຸນເຮືອງ ແພດປະຈໍາທີມ

9. ທ່ານ ສອນໄຊ ລາດສະອາດ ສື່ມວນຊົນ

10. ທ່ານ ຈັນທະບູນ ຫມື່ນສີ່ ອຸປະກອນ

# ຜູ້ຮັກສາປະຕູ

ທິດສາຄອນ ສຳລີວົງຫວັດ ຈາກ ສະໂມສອນ ຈຳປາສັກ

ໄຊສົມພົງ ທີບພະວົງ ຈາກ ແຂວງ ບໍລິຄໍາໄຊ

ອານຸໄຊ ສີວັນທອງ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ

# ກອງຫຼັງ:

ບຸນທະສັກ ຈັນດາລາ ຈາກ ສະໂມສອນ ຊ້າງນ້ອຍ

ພີສີດ ອໍຣ໌ ຈາກ ສະໂມສອນ ຊ້າງນ້ອຍ

ທັດສະພອນ ຄໍາພານິດ ຈາກ ສະໂມສອນ ຈຳປາສັກ

ໄຊຍະສິດ ຈິດປະສົງ ຈາກ ສະໂມສອນ ຈຳປາສັກ

ກິ ມູນກັນຍາ ຈາກ ສະໂມສອນ ມາສເຕີ້ 7

ພົມມະສອນ ນິລະວົງ ຈາກ ສະໂມສອນ ມາສເຕີ້ 7

ກາດຳ ກອນເຍີ ຈາກ ສະໂມສອນ ຊ້າງນ້ອຍ

# ກອງກາງ:

ບິນລີ້ ໂດນສະໜຸພິດ ຈາກ ສະໂມສອນ ເອສະຣາ

ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ຈຳປາສັກ

ຊາຍຄິດ ໂຄດໂຍທາ ຈາກ ສະໂມສອນ ມາສເຕີ້ 7

ສູນດາວີ ແສງດາລາ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ

ປະລິນເດດ ເພັດຕະກູນ ຈາກ ສະໂມສອນ ມາສເຕີ້ 7

ບຸນປະເສີດ ແສງສະຫວ່າງ ຈາກ ສະໂມສອນ ເອສະຣາ

ວົງເດືອນ ສຸລິບັນ ຈາກ ສະໂມສອນ ມາສເຕີ້ 7

ພຸດທະສັກ ສີຫາໂຄດ ຈາກ ສະໂມສອນ ບໍ່ແກ້ວ

# ກອງໜ້າ:

ພະຍັກ ສີພະນົມ Chainat Hornbill Football Club

ຊີການດາ ໄຊສົງຄາມ ຈາກ ສະໂມສອນ ຈຳປາສັກ

ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ມາສເຕີ້ 7

ດາວພະຫັດ ກໍ່າກາຊົມພູ ຈາກ ສະໂມສອນ ມາສເຕີ້ 7

ທະນາກອນ ຈັນທະວົງ ຈາກ ສະໂມສອນ ວຽງຈັນ ເອັຟທີ

    ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ.

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ລາວ, ຟີລິບປິນ, ສິງກະໂປ

- ກຸ່ມ B: ຫວຽດນາມ, ມຽນມາ, ກຳປູເຈຍ, ບຣູໄນ

- ກຸ່ມ C: ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ອົສຕຣາລີ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

- ວັນທີ 21/6/2024 ເວລາ 15:00 ລາວ ພົບ ຟີລິບປິນ

- ວັນທີ 24/6/2024 ເວລາ 15:00 ສິງກະໂປ ພົບ ລາວ

- ວັນທີ 27/6/2024 ເວລາ 19:30 ອິນໂດເນເຊຍ ເຈົ້າພາບ ພົບ ລາວ

ທັງ 3 ນັດແຂ່ງຂັນຢູ່ທີ່ສະໜາມ Manahan Stadium

  ກຳນົດການເດີນທາງຂອງທີມຊາດລາວ ແມ່ນຈະອອກເດີນທາງ ໃນຕອນບ່າຍວັນທີ 18 ມິຖຸນາ 2024 ແລະ ຈະພັກຢູ່ທີ່ປະເທດໄທ 1 ມື້, ຫລັງຈາກນັ້ນຈະເດີນທາງຈາກ ປະເທດໄທ ໄປສູ່ ປະເທດອິນໂດເນເຊຍ ໃນຕອນເຊົ້າ ວັນທີ 19 ມິຖຸນາ 2024 .