ພິທີເປີດສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 5 ທີ່ແຂວງ ຄຳມ່ວນ

08/07/2024

                ພິທີເປີດສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 5 ໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 7 ກໍລະກົດ 2024 ທີ່ສະໜາມກິລາບານເຕະ ແຂວງຄຳມ່ວນ ພາຍໃຕ້ການສະໜັບສະໜູນຈາກໂຄງການ ພັດທະນາຄວາມອາດສາມາດຂອງສະຫະພັນບານເຕະນາໆຊາດຫຼືຟີຟາ( FIFA Talent Development Scheme)ໃຫ້ກຽດ ເປັນ ປະທານກ່າວເປີດໂດຍ ທ່ານ ພັທ.ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານໄດ້ກ່າວເຖິງການເປີດສູນຝຶກໃນຄັ້ງນີ້ວ່າ: ຈຸດປະສົງຂອງການເປີດສູນຝຶກແຫ່ງນີ້ ແມ່ນເພື່ອພັດທະນາກິລາບານເຕະຂອງແຂວງໃຫ້ມີຄວາມກ້າວໜ້າ ແລະ ແຜ່ຂະຫຍາຍໄປທົ່ວທຸກແຂວງ ເພື່ອໃຫ້ນ້ອງໆ ນັກຮຽນມີສຸຂະພາບແຂງແຮງພ້ອມທັງເປັນການເປີດໂອກາດໃຫ້ ນັກກິລາໄດ້ສະແດງຄວາມ ສາມາດທາງດ້ານ ພອນສະຫວັນກິລາບານເຕະ ມາເປັນນັກກິລາຮຸ່ນສືບທອດ ກາຍເປັນນັກກິລາທີມຂອງແຂວງ ແລະ ກ້າວສູ່ການເປັນນັກກິລາທີມຊາດໃນອະນາຄົດ.

              ໃນໂອກາດດັ່ງກ່າວທ່ານ ສົມພູ ອຸ່ນວົງຄຳເພັງ ຮອງປະທານ ສະຫະພັນບານເຕະແຂວງ ຕາງຫນ້າ ສະຫະພັນບານເຕະແຂວງ ຄຳມ່ວນ,ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍ ຂໍຂອບໃຈ ສະຫະພັນບານເຕະແຫ່ງຊາດລາວ ແລະ ທຸກໆພາກສ່ວນທີ່ມີສ່ວນຮ່ວມຕໍ່ການເປີດສູນຝຶກໃນຄັ້ງນີ້ທີ່ໄດ້ດໍາເນີນໄປຕາມຈຸດປະສົງຄາດໝາຍທີ່ວາງໄວ້ ແລະ ຫວັງວ່າສູນຝຶກແຫ່ງນີ້ຈະມີສວ່ນປະກອບທີ່ສຳຄັນໃນການພັດທະນາກິລາບານເຕະຂອງແຂວງໃຫ້ສູງຂື້ນທັງລະດັບນັກກິລາ ຮຸ່ນສືບທອດຂອງແຂວງ ແລະ ທີມຊາດ ແລະ ເຊີນຊວນພໍ່ແມ່ຜູ້ປົກຄອງໄດ້ນຳພາລູກຫຼານທີ່ມັກຮັກກິລາບານເຕະມາຝຶກຊ້ອມທີ່ສູນຝຶກຂອງສະຫະພັນບານເຕະແຂວງຄຳມ່ວນ ເພື່ອຮຽນຮູ້ທັກສະເຕັກນິກດ້ານບານເຕະຂັ້ນພື້ນຖານເພື່ອກ້າວສູ່ລະດັບອາຊີບ ແລະ ລະດັບຊາດ.

ພິທີດັ່ງກ່າວໂດຍໃຫ້ກຽດເຂົ້າຮວ່ມໃນງານນີ້ຍັງມີ ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ,ພ້ອມດ້ວຍຄະນະຄູຝຶກ ສຕລ, ຄະນະຄູຝຶກ ສຕຂ, ນັກກິລາເຍົາວະຊົນແຂວງຄຳມ່ວນ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມ.