ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວ U19 ກ່ອນອອກເດີນທາງເຂົ້າຮ່ວມແຂ່ງຂັນທີ່ອິນໂດເນເຊຍ

14/07/2024

ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາວ U19 ໃນຕອນເຊົ້າວັນທີ 14 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນອອກເດີນທາງເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ(U19) ປະຈຳປີ 2024 ASEAN U19 BOY'S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 17-29 ກໍລະກົດ 2024.

  ໃນການໂອ້ລົມທ່ານ ຄຳໄພ່ ປຣະເສີດ ໄດ້ຮຽກຮ້ອງໃຫ້ນັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາ ການຝຶກຊ້ອມ ແລະ ພ້ອມທັງຮຽກຮ້ອງໃຫ້ບັນດານັກກິລາມີຈິດໃຈທິ່ເຂັ້ມແຂງ,ສູ້ສຸດຄວາມສາມາດ ພ້ອມທັງອວຍພ້ອນໃຫ້ຄະນະຊຸດນີ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ. ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ຕີມໍ ເລສເຕ, ກຳປູເຈຍ, ຟີລິບປິນ

- ກຸ່ມ B: ລາວ, ຫວຽດນາມ, ມຽນມາ, ອົສຕຣາລີ

- ກຸ່ມ C: ມາເລເຊຍ, ໄທ, ສິງກະໂປ, ບຣູໄນ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

- ວັນທີ 18/7/2024 ເວລາ 15:00 ລາວ ພົບ ອົສຕຣາລີ ແຂ່ງຂັນທີ່ Gelora 10 Nopember Stadium.

- ວັນທີ 21/7/2024 ເວລາ 19:30 ມຽນມາ ພົບ ລາວ ແຂ່ງຂັນທີ່ Gelora 10 Nopember Stadium.

- ວັນທີ 24/7/2024 ເວລາ 15:00 ລາວ ພົບ ຫວຽດນາມ ແຂ່ງຂັນທີ່ GBT Stadium.

👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:

🌐 www.laoff.org.la

FB: ສະຫະພັນບານເຕະແຫ່ງຊາດລາວ LaoFootball Federation

TikTok: Lff_official

IG: Lff_official

Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ

#LAOFOOTBALLFEDERATION

#LAOSU19

#LAONATIONALTEAM

#ASEANU19BOYSCHAMPIONSHIP2024