ສະຫະພັນບານເຕະແຫ່ງຊາດລາວ ເປີດນໍາໃຊ້ຊ່ອງທາງລາຍງານຂໍ້ມູນ ເພື່ອສະກັດກັ້ນການລົ້ມບານ

17/07/2024

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຂໍແຈ້ງມາຍັງບັນດາທ່ານ ຊາບວ່າ ສຕລ ໄດ້ເປີດການນຳໃຊ້ຊ່ອງທາງການລາຍງານຂໍ້ມູນ ຫຼື ແຈ້ງເບາະແສ ທີ່ກ່ຽວຂ້ອງກັບການລົ້ມບານໃນການແຂ່ງຂັນລະດັບພາຍໃນ ແລະ ການແຂ່ງແຂ່ງຂັນລະດັບ ພາກພື້ນ/ສາກົນ ທີ່ມີທີມຕົວແທນຈາກປະເທດລາວເຂົ້າຮ່ວມ ໂດຍສາມາດແຈ້ງໄດ້ທີ່ ເວບໄຊຂອງ ສຕລ www.laoff.org.la ເຊິ່ງການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້ ແມ່ນໜຶ່ງໃນແຜນວຽກບໍລິມະສິດ ທີ່ ສຕລ ໄດ້ເຮັດຮ່ວມກັບ FIFA ແລະ AFC.

ທຸກໆລາຍການຂອງການແຂ່ງຂັນກິລາບານເຕະຢູ່ຕ່າງປະເທດທີມຊາດລາວທຸກຮຸ່ນໄດ້ເຂົ້າຮ່ວມ ລວມທັງການແຂ່ງຂັນຢູ່ພາຍໃນປະເທດທີ່ ສຕລ ເປັນຜູ້ຈັດການແຂ່ງຂັນນັ້ນ ແມ່ນຕ້ອງໄດ້ຮັບການເຜີຍແຜ່ຂໍ້ບັງຄັບ ແລະ ມາດຕະການຕ່າງໆໃນການສະກັດກັ້ນການລົ້ມບານ.

ຜູ້ທີ່ມີສ່ວນຮ່ວມໃນການລົ້ມບານ ແມ່ນມີໂທດທາງອາຍາໃນສະຖານຄວາມຜິດການໃຫ້ສິນບົນ ຫຼື ຮັບສິນບົນ ຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 110 ຂອງກົດໝາຍວ່າດ້ວຍກິລາ ແລະ ກາຍຍະກໍາ ສະບັບປີ 2019 ເຊິ່ງຈະຖືກລົງໂທດຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 357 (ການໃຫ້ສິນບົນ) ແລະ ມາດຕາ 358 (ການຮັບສິນບົນ) ຂອງປະມວນກົດໝາຍອາຍາ ສະບັບປີ 2017 ເຊິ່ງທັງ 2 ມາດຕານີ້ ມີໂທດສູງສຸດຄືຕັດອິດສະຫຼະພາບຕະຫຼອດຊີວິດ.

ຖ້າຫາກບຸກຄົນໃດ ມີຂໍ້ມູນທີ່ກ່ຽວຂ້ອງກັບການລົ້ມບານ ທ່ານສາມາດປະສານພົວພັນກັບໜ່ວຍງານສະກັດກັ້ນການລົ້ມບານ ສຕລ ໄດ້ຕາມລິ້ງ (https://laoff.org.la/la/report/match_fixing) ເພາະການລົ້ມບານປຽບດັ່ງກັບການປຸ້ນຊາດ, ປຸ້ນກຽດສັກສີ, ຊື່ສຽງຂອງຊາດແລະ ຄວາມພາກພູມໃຈຂອງປວງຊົນຄົນລາວທັງຊາດ. ຂໍ້ມູນທີ່ທ່ານສົ່ງເຂົ້າມາ ທີ່ອາດຈະເປັນ ຮູບພາບ, ຄລິບວິດີໂອ, ຄລິບສຽງ ຫຼື ໃນຮູບແບບອື່ນໆ ຈະຖືກແຈ້ງໄປຫາ ໜ່ວຍງານສະກັດກັ້ນການລົ້ມບານ ຕາມທີ່ຢູ່ອີເມລດັ່ງນີ້: [email protected] ເຊິ່ງທຸກຂໍ້ມູນຈະຖືກຮັກສາໄວ້ເປັນຄວາມລັບໄວ້ຢ່າງດີ ແລະ ຈະບໍ່ມີການແຈ້ງຊື່ຂອງຜູ້ທີ່ສົ່ງຂໍ້ມູນ/ເບາະແສ.