ທ່ານຜູ້ຮັກສາການເລຂາທິການ ສຕລ ຕ້ອນຮັບຄູອາຈານແລະນັກສຶກສາ ຈາກສະຖາບັນກິລາ-ກາຍຍະກຳ

19/07/2024

ຕອນເຊົ້າ ວັນທີ 19 ກໍລະກົດ 2024,ທ່ານຈັນທະວົງ ສີລິມະໂນທຳ ຮັກສາການເລຂາທິການສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຕ້ອນຮັບການມາທັດສະນະສຶກສາຂອງຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳຂອງກະຊວງສຶກສາທິການ ແລະ ກິລາ,ນຳໂດຍທ່ານ ວັນໄຊ ອຸດົມຜົນ ຫົວໜ້າພະແນກວິຊາການ ແລະ ກິດຈະການ ນັກຮຽນ-ນັກສຶກສາສະຖາບັນກິລາ-ກາຍຍະກໍາທີ່ຫ້ອງການສຕລ.

ໂອກາດນີ້,ທ່ານຈັນທະວົງ ສີລິມະໂນທຳໄດ້ຕາງໜ້າໃຫ້ການນຳສຕລສະແດງຄວາມຍິນດີຕ້ອນຮັບແລະລາຍງານຫຍໍ້ສະພາບລວມຂອງ ສຕລ,ລວມທັງທີ່ຕັ້ງ,ພາລະບົດບາດ ແລະໂຄງຮ່າງການຈັດຕັ້ງຂອງ ສຕລ,ຜົນງານການເຄື່ອນໄຫວຂອງທັງພາຍໃນແລະຕ່າງປະເທດໃນການພັດທະນາກິລາບານເຕະເຍົາວະຊົນ,ຊາວໜຸ່ມ,ການແຂ່ງຂັນໃນລະດັບທິມຊາດແຕ່ລະລຸ້ນ,ການແຂ່ງຂັນລາວລີກທັງຍິງແລະຊາຍແລະບັນຫາອື່ນໆ. ທັງໄດ້ແນະນຳໃຫ້ຜູ້ສົນໃຈທີ່ຢາກມາເປັນອາສາສະໝັກເຮັດວຽກນຳ ສຕລ ເພື່ອເກັບກ່ຽວປະສົບການດ້ານກິລາບານເຕະ ຈາກນັ້ນກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຖາມ, ໂດຍໄດ້ຮັບຄວາມສົນໃຈຈາກນັກສຶກສາເປັນຢ່າງດີ.

ການມາຢ້ຽມຢາມຂອງນັກສຶກສາຈາກສະຖາບັນກິລາ ແລະ ກາຍຍະກຳ ເທື່ອນີ້ເປັນເທື່ອທີ 2ປະກອບມີວິຊາການ4 ທ່ານ ແລະ ນັກສຶກສາ ປິທີ2 ຈຳນວນ 20 ທ່ານເຂົ້າຮວ່ມ.