ສະຫວັນ ຢູໄນເຕັດເປັນທີມນຳ ຕາຕະລາງ ຄະແນນ ລີກ 2 ແຂວງສະຫວັນນະເຂດ ຮອບຂາໄປ

27/07/2024

ການແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ແມ່ນໄດ້ດຳເນີນການແຂ່ງຂັນ ນັບຕັ້ງແຕ່ວັນທີ 8 ມິຖຸນາ 2024 ເປັນຕົ້ນມາທີ່ສະໜາມກິລາແຂວງສະຫວັນນະເຂດ (ຫຼັກ 4) ໂດຍມີ 8 ທີມເຂົ້າຮ່ວມຊີງໄຊ ປະກອບມີເຮືອເຫຼັກ ເອັບຊີ, ສະຫວັນ ຢູໄນເຕັດ, ໂພໄຊນ້ອຍ, ຮາຢີນາ, ມະຫາວິທະຍາໄລສະຫວັນນະເຂດ, ເຊໂນ, ອີໂວ້ ແລະ ດັກວູ໋ບ. ສະຫລຸບຕາຕະລາງ ຄະແນນ ຮອບຂາໄປ ສະຫວັນ ຢູໄນເຕັດ ລົງສະຫນາມ 7 ນັດ ຊະນະ 6 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນດັບ 2 ເຮືອເຫລັກ ລົງສະຫນາມ 7 ນັດ ຊະນະ 6 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນດັບ 3 ອີໂວ ລົງສະຫນາມ 7 ນັດ ຊະນະ 5 ນັດ ເສຍ 2 ນັດ ມີ 15 ຄະແນນ, ອັນດັບ 4 ເຊໂນ ລົງສະຫນາມ 7 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 10 ຄະແນນ, ອັນດັບ 5 ດັກວຸ໋ບ ລົງສະຫນາມ 7 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 8 ຄະແນນ, ອັນດັບ 6 ໂພໄຊນ້ອຍ ລົງສະຫນາມ 7 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 4 ນັດ ມີ 5 ຄະແນນ, ອັນດັບ 7 ຮາຢີນາ ລົງສະຫນາມ 7 ນັດ ສະເຫມີ 4 ນັດ ເສຍ 3 ນັດ ມີ 4 ຄະແນນ ແລະ ອັນດັບ ສຸດທ້າຍ ມະຫາວິທະຍາໄລສະຫວັນນະເຂດ ລົງສະຫນາມ 7 ນັດ ສະເຫມີ 1 ນັດ ເສຍ 6 ນັດ ມີ 1 ຄະແນນ. ໃນຂະນະ ທີ່ນັກເຕະທີ່ຍິງປະຕູສູງສຸດອັນດັບ 1 ໄດ້ແກ່ຈິດຕະກອນ ວໍລະເດດ ຈາກ ສະຫວັນ ຢູໄນເຕັດ ຍິງໄດ້ 9 ປະຕູ ແລະ ອັນດັບ 2 ສຸລິສັກ ຈາກ ອີໂວ ຍິງໄດ້ 8 ປະຕູ. ສຳລັບຕາຕະລາງການແຂ່ງຂັນຮອບຂາກັບແມ່ນຈະແຂ່ງຂັນໃນວັນທີ 27 ກໍລະກົດ 2024 ເວລາ 14:00 ດັກວຸ໋ບ ພົບ ເຮືອເຫຼັກ , ເວລາ 16:30 ອີໂວ ພົບ ສະຫວັນ ຢູໄນເຕັດ ແລະ ວັນອາທິດ 28 ກໍລະກົດ 2024 ເວລາ 14:00 ເຊໂນ ພົບ ໂພໄຊນ້ອຍ ແລະ ເວລາ 16:30 ມະຫາວິທະຍາໄລສະຫວັນນະເຂດ ພົບ ຮາຍີນາ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ.