ປິ່ນແກ້ວ 2010 ຄວ້າແຊ້ມ ການແຂ່ງຂັນລາວໂຕໂຢຕ້າພາກໃຕ້ຈໍາປາສັກ ລາວລີກ 2 ປະຈໍາປີ 2024

28/07/2024

             ການແຂ່ງຂັນກິລາບານເຕະລາວ ໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2024 ທີ່ດຳເນີນມາແຕ່ວັນທີ 18 ພຶດສະພາ 2024ໄດ້ຈັດພິທີປິດຢ່າງເປັນທາງການໃນ ວັນທີ 27 ກໍລະກົດ 2024 ທີ່ສະຫນາມກິລາແຂວງຈໍາປາສັກ. ການແຂ່ງຂັນຄັ້ງນີ້ມີ 6 ສະໂມສອນເຂົ້າຮ່ວມຄື:ສະໂມສອນກິລາບານເຕະທະຫານແຂວງຈໍາປາສັກ, ສະໂມສອນກິລາບານເຕະລະບຽງພູ, ສະໂມສອນກິລາບານເຕະ ປ.ກ.ສ ແຂວງຈໍາປາສັກ, ສະໂມສອນກິລາບານເຕະສີລາເພັດ, ສະໂມສອນກິລາບານເຕະປິ່ນແກ້ວ 2010 ແລະ ສະໂມສອນກິລາບານເຕະບຸ່ງອຸດົມ.

         ສະຫລຸບ ຕາຕະລາງ ການແຂ່ງຂັນ ອັນດັບ 1 ປິ່ນແກ້ວ ລົງສະຫນາມ 10 ນັດ ຊະນະ 9 ນັດ ສະເຫມີ 1ນັດມີ 28 ຄະແນນ ໄດ້ຮັບຂັນ, ຫລຽນ ແລະ ເງິນຈໍານວນ 10 ລ້ານກີບ, ອັນດັບ 2 ທະຫານແຂວງຈໍາປາສັກ ລົງສະຫນາມ 10 ນັດ ຊະນະ 7 ນັດ ເສຍ 3 ນັດ ມີ 21 ຄະແນນ ໄດ້ຮັບຫລຽນ ແລະ ເງິນຈໍານວນ 6 ລ້ານກີບ, ອັນດັບ 3ລະບຽງພູ ລົງສະຫນາມ 10 ນັດ ຊະນະ 6 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 19 ຄະແນນ ໄດ້ຮັບຫລຽນ ແລະ ເງິນຈຳນວນ 3 ລ້ານກີບ, ອັນດັບ 4 ປກສແຂວງຈຳປາສັກ ລົງສະຫນາມ 10 ນັດ ຊະນະ 4 ນັດ ເສຍ 6 ນັດ ມີ 12 ຄະແນນ, ອັນດັບ 5 ບຸ່ງອຸດົມ ລົງສະຫນາມ 9 ນັດ ຊະນະ 3 ນັດ ເສຍ 7 ນັດ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ສີລາເພັດ ລົງສະຫນາມ 9 ນັດ ເສຍ 10 ນັດ ມີ 0 ຄະແນນ ຂະນະທີ່ ຜູ້ຍິງປະຕູສູງສຸດ ອັນດັບ 1 ມັງກອນ ວົງສະຫວັດ ຈາກ ທະຫານແຂວງຈຳປາສັກ ຍິງໄດ້ 11 ປະຕູ ໄດ້ຮັບເງິນ 1 ລ້ານກີບ.

              ສະໂມສອນບານເຕະ ປິ່ນແກ້ວ 2010 ຍັງໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ ຊິງຂັນພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/25 ໃນຖານະສະໂມສອນຊະນະເລີດການແຂ່ງຂັນ ລາວລີກ 2 ເຊິ່ງຈະເລີ່ມການແຂ່ງຂັນໃນທ້າຍປີ 2024 ນີ້ ໂດຍຈະເປັນສະໂມສອນທີ 2 ຈາກແຂວງຈໍາປາສັກ ຕໍ່ຈາກສະໂມສອນບານເຕະຈໍາປາສັກ ທີ່ໄດ້ສິດເຂົ້າຮ່ວມລາຍການດັ່ງກ່າວ ໃນນາມສະໂມສອນໃນການແຂ່ງຂັນ ເປບຊີ ລາວລີກ 1.

               ເຂົ້າຮ່ວມພິທີປິດ ມີ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ,ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ທັງເປັນປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍບັນດາທ່ານການນໍາຂັ້ນສູງຂອງແຂວງ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ຈາກບັນດາພະແນກການ-ກົມກອງ ແລະ ອົງການທຽບເທົ່າຂັ້ນແຂວງ, ຄະນະຄູຝຶກ-ນັກກິລາ ແລະແຟນບານເຂົ້າຮ່ວມ ຈໍານວນຫຼາຍກວ່າ 1,500 ຄົນ. ຄະນະຮັບຜິດຊອບຈັດການແຂ່ງຂັນລາຍງານໃຫ້ຮູ້ວ່າ:ຈຸດປະສົງຂອງການຈັດການແຂ່ງຂັນຄັ້ງນີ້ກໍ່ເພື່ອປະຕິບັດຕາມແຜນການເຄື່ອນໄຫວຂອງສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024,ທັງເປັນການສ້າງຂະບວນການຕ້ອນ ຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະຕ້ອນຮັບກອງປະຊຸມສາມຂັ້ນຂອງແຂວງຈໍາປາສັກ ໃຫ້ມີບັນ ຍາກາດ ແລະ ຂະບວນການຟົດຟື້ນ ແລະເພື່ອເປັນການຄັດເລືອກໃຫ້ໄດ້ນັກກິລາທີ່ມີຄວາມສາມາດ ເຂົ້າຮັບໃຊ້ແຂວງ ແລະ ທິມຊາດລາວ.ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ບັນດາສະໂມສອນຕະຫຼອດຄະນະຈັດການແຂ່ງຂັນຈົ່ງພ້ອມກັນເອົາໃຈໃສ່ ແລະ ເຮັດສໍາເລັດໜ້າທີ່ຄວາມຮັບຜິດຊອບ,ໂດຍສະເພາະນັກກິລາ ຈົ່ງພ້ອມກັນຕັ້ງໜ້າ ແລະ ເອົາໃຈໃສ່ ຝຶກແອັບຕົນເອງເພື່ອສະແດງໃຫ້ເຫັນເຖິງຄວາມສາມາດໃນການເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວສາມາດຕໍ່ຍອດ ນໍາພາຕົນເອງກ້າວໄປສູ່ການເປັນນັກກິລາອາຊີບ ແລະ ຮັບໃຊ້ຊາດ.