ຈຳປາສັກ ຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນ U16 ຊີງຂັນ ສຕລ ປະຈຳປີ 2024

28/07/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ16ປີ ຫຼື U16 (LFF U-16 CHAMPIONSHIP 2024) ຂື້ນເມື່ອ ວັນທີ 28 ກໍລະກົດ 2024 ນີ້ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 01 ມິຖຸນາ 2024.

 ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 LFF U-16 CHAMPIONSHIP 2024 ມີ 10 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ:

1. ຈຳປາສັກ

2. ເອສະຣາ

3. ມາສເຕີ້ ເຊເວັ້ນ

4. ນໍ້າທາ ຢູໄນເຕັດ

5. ທີບີ ບໍ່ແກ້ວ

6. ຊ້າງນ້ອຍ

7. ຫຼວງພະບາງ

8. ມາສດ້າ ຈີບີ

9. ກອງທັບ

10. ວຽງຈັນ

  ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະເຂົ້າໄປຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3. ຜົນການແຂ່ງຂັນນັດຊີງຊະນະເລີດ ຈໍາປາສັກ ເອົາຊະນະ ເອສະຣາ 6 -1 ຄວ້າແຊ໋ມໄປຄອງ ໄດ້ຮັບຂັນ ພ້ອມເງິນລາງວັນ 50 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບທີ 2 ສະໂມສອນ ເອສະຣາ ໄດ້ຮັບເງິນລາງວັນ 25 ລ້ານກີບ ແລະ ຫຼຽນລາງວັນ, ສ່ວນອັນດັບ 3 ຕົກເປັນຂອງ ມາສເຕີ້ ເຊເວັ້ນ ໄດ້ຮັບເງິນລາງວັນ 15 ລ້ານກີບ ພ້ອມຫຼຽນລາງວັນ. ຂະນະທີ່ ລາງວັນຄູຝຶກດີເດັ່ນເປັນຂອງ ທ່ານ ທົດສະກັນ ພົມມະຄູນ ຈາກ ສະໂມສອນ ບານເຕະ ຈຳປາສັກ , ລາງວັນນັກກີລາດີເດັ່ນ ບິນລີ້ ໂດນສະໜູພິດ ສະໂມສອນ ເອສະຣາ , ລາງວັນນັກເຕະຍິງປະຕູສູງສຸດ ຊີການດາ ໄຊສົງຄາມ ຈາກສະໂມສອນ ຈຳປາສັກ ຍິງໄດ້ 19 ປະຕູ ແລະ ລາງວັນຜູ້ຮັກສາປະຕູດີເດັ່ນ ເປັນຂອງ ທິດສາຄອນ ສຳລີວົງຫວັດ ຈາກ ສະໂມສອນ ບານເຕະ ຈຳປາສັກ. ເຂົ້າຮ່ວມພິທີປິດມີ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍບັນດາຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ທິດຕະວັນ ວັນນະຈັກ ຜູ້ອຳນວຍການຮ້ານຂາຍເຄື່ອງກິລາ LIFE FOOTBALL ແລະ ທ່ານ ວິລະພອນ ວັງວິລະຈິດ ຕາງຫນ້າບໍລິສັດ ລາວໂທລະຄົມ ມະຫາຊົນ.