ສາຍຝົນ ແກ້ວຫານາມ ກາຍເປັນນັກເຕະລາວຄົນທີ 2 ລຸຍ Thai League 2 " ລະດູການ 2024-2025"

19/08/2024

               ສາຍຝົນ ແຫ້ວຫານາມ ນັກກິລາເຕະບານຕຳແໜ່ງກອງກາງ ທີມຊາດລາວ ອາຍຸ 18 ປີ ໄດ້ລົງຫຼີ້ນ ໄທລີກ 2 ເປັນທີ່ແນ່ນອນ ແລ້ວ ຫຼັງຈາກ ສະໂມສອນ ສຸພັນບຸລີ ປະກາດລາຍຊື່ນັກກິລາ ລຸຍໄທລີກ 2 ລະດູການ 2024-2025 ບັນລຸຂໍ້ຕົກລົງ ຍ້າຍຈາກ ນົນທະບູລີ ເອຟຊີ ໄທລີກ 3 ສູ່ ສະໂມສອນ ສຸພັນບູລີ ເອັຟຊີ Suphanburi FC ໄທລີກ 2 ປະເທດໄທ ລະດູການ 2024/25.

  ສາຍຝົນ ໄດ້ກ່າວວ່າ:‘’ ຮູ້ສຶກດີໃຈທີ່ໄດ້ຫລິ້ນໃຫ້ທີມ ສຸພັນບູລີ ເພາະວ່າ ສະໂມສອນ ສຸພັນບູລີ ເປັນທີມທີ່ດີ ເເລະ ເປັນທີມທີ່ມີຊື່ສຽງແລະຕົນເອງກໍມີຄວາມໄຝ່ຝັນຢາກມາຫຼີ້ນກັບທິມດັ່ງກ່າວນີ້ຕັ້ງແຕ່ຍັງນ້ອຍ,ຖືວ່າເປັນໂອກາດເເລະເປັນການເລິ່ມຕົ້ນທີ່ດີສຳລັບໂຕຂ້ອຍເອງ ‘’.

               ສຳລັບປະຫວັດ ສາຍຝົນ ເຄີຍຝຶກຊ້ອມຢູ່ ສະໂມສອນ ເອສະຣາ ຕັ້ງແຕ່ຍັງນ້ອຍ, ຫລັງຈາກນັ້ນໄດ້ມີໂອກາດໄປຄັດໂຕກັບ ອາຄາເດີມີ ສະຫມຸຍ ເປັນທີມທີ່ສ້າງໃຫ່ມໃນຕອນນັ້ນເລີຍແລະໄດ້ໄປຝຶກຊ້ອມຢູ່ເກາະສະຫມຸຍ 3 ປີ ຫລັງຈາກນັ້ນໄດ້ຍ້າຍມາຢູ່ ອະຄາເດີມີ ນົນທະບູລີ 1 ປີ ເເລະ ຍ້າຍມາຢູ່ ອະຄາເດີມີ ຫົວຫີນ 1 ປີ ແລະ ຍ້າຍມາຮ່ວມ ສະໂມສອນ ສຸພັນບູລີ ໄທລີກ 2 ໃນປັດຈຸບັນ, ສ່ວນຜົນງານລະດັບ ທີມຊາດລາວ ແມ່ນຫລິ້ນໃຫ້ກັບ ທີມຊາດລາວ ຢູ16, ຢູ17, ຢູ19 ແລະ ຢູ20.

                ໃນລະດຸການ 2024-2025 ມີນັກເຕະລາວທີ່ ຫລິ້ນໃຫ້ກັບ ສະໂມສອນ ຈາກໄທ 3 ຄົນຄື: ສຸກອາພອນ ວົງຈຽງຄຳ ຫລິ້ນໃຫ້ກັບ ສະໂມສອນ ນະຄອນສີ ໄທລີກ 2 , ມິດສະດາ ສາຍໃຕ້ຟ້າ ຫລິ້ນໃຫ້ກັບ ສະໂມສອນ ເມືອງເລີຍ ໄທລີກ 3 ແລະ ສາຍຝົນ ແກ້ວຫານາມ ຫລິ້ນໃຫ້ກັບ ສຸພັນບູລີ ໄທລີກ 2.