ສະຫວັນ ຢູໄນເຕັດ ເປັນທີມນຳລາວລີກ 2 ແຂວງສະຫວັນນະເຂດ

19/08/2024

ການແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024ຂອງແຂວງສະຫວັນນະເຂດ ແມ່ນໄດ້ດຳເນີນການແຂ່ງຂັນ ນັບຕັ້ງແຕ່ວັນທີ 8 ມິຖຸນາ 2024 ເປັນຕົ້ນມາທີ່ສະໜາມກິລາແຂວງ(ຫຼັກ 4) ໂດຍມີ 8 ທີມເຂົ້າຮ່ວມຊີງໄຊ ປະກອບມີເຮືອເຫຼັກ ເອັບຊີ, ສະຫວັນ ຢູໄນເຕັດ, ໂພໄຊນ້ອຍ, ຮາຢີນາ, ມະຫາວິທະຍາໄລສະຫວັນນະເຂດ, ເຊໂນ, ອີໂວ້ ແລະ ດັກວູ໋ບ. ຜົນການແຂ່ງຂັນອາທິດທີ 11 ວັນພຸດ ວັນທີ 14 ສິງຫາ 2024 ເຊໂນ ເສຍໃຫ້ ມະຫາວິທະຍາໄລສະຫວັນນະເຂດ 1-2, ວັນເສົາ 17 ສິງຫາ 2024 ຮາຢີນາ ເສຍໃຫ້ ເຊໂນ 1-2, ເຮືອເຫຼັກ ຊະນະ ມະຫາວິທະຍາໄລສະຫວັນນະເຂດ 6-1, ວັນອາທິດ 18 ສິງຫາ 2024 ສະຫວັນ ຢູໄນເຕັດ ຊະນະ ດັກວຸ໋ບ 2-0 ແລະ ໂພໄຊນ້ອຍ ເສຍໃຫ້ ອີໂວ ສະຫວັນ 0-3.

ສະຫລຸບຕາຕະລາງ ຄະແນນ,ອັນດັບໜຶ່ງແມ່ນ ສະຫວັນ ຢູໄນເຕັດ ແຂ່ງຂັນ 11 ນັດ ຊະນະ 10 ນັດ ເສຍ 1 ນັດ ມີ 30 ຄະແນນ, ອັນດັບ 2 ເຮືອເຫຼັກ ແຂ່ງຂັນ 11 ນັດ ຊະນະ 10 ນັດ ເສຍ 1 ນັດ ມີ 30 ຄະແນນ, ອັນດັບ 3 ອີໂວ ສະຫວັນ ແຂ່ງຂັນ 11 ນັດ ຊະນະ 7 ນັດ ເສຍ 4 ນັດ ມີ 21 ຄະແນນ, ອັນດັບ 4 ດັກວຸ໋ບ ແຂ່ງຂັນ 12 ນັດ ຊະນະ 5 ນັດ ສະເຫມີ 2 ນັດ ເສຍ 5 ນັດ ມີ 17 ຄະແນນ, ອັນດັບ 5 ເຊໂນ ແຂ່ງຂັນ 12 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ເສຍ 6 ນັດ ມີ 14 ຄະແນນ, ອັນດັບ 6 ໂພໄຊນ້ອຍ ແຂ່ງຂັນ 11 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 6 ນັດ ມີ 9 ຄະແນນ, ອັນດັບ 7 ຮາຢີນາ ແຂ່ງຂັນ 11 ນັດ ຊະນະ 1 ນັດ ສະເຫມີ 4 ນັດ ເສຍ 6 ນັດ ມີ 7 ຄະແນນ ແລະ ອັນດັບ 8 ມະຫາວິທະຍາໄລສະຫວັນນະເຂດ ແຂ່ງຂັນ 13 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 11 ນັດ ມີ 4 ຄະແນນ.

 ຕາຕະລາງການແຂ່ງຂັນອາທິດທີ 12 ວັນພຸດ 21 ສິງຫາ 2024 ເວລາ 16:30 ສະຫວັນ ຢູໄນເຕັດ ພົບ ຮາຢີນາ, ວັນເສົາ 24 ສິງຫາ 2024 ເວລາ 14:30 ຮາຢີນາ ພົບ ເຮືອເຫຼັກ , ເວລາ 16:30 ໂພໄຊນ້ອຍ ພົບ ມະຫາວິທະຍາໄລສະຫວັນນະເຂດ ແລະ ວັນອາທິດ 25 ສິງຫາ 2024 ເວລາ 14:30 ດັກວຸ໋ບ ພົບ ອີໂອ ສະຫວັນ , ເວລາ 16:30 ສະຫວັນ ຢູໄນເຕັດ ພົບ ເຊໂນ ທຸກໆຄູ່ແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ.

ສຳລັບສະໂມສອນທີ່ຊະນະເລີດ ການແຂ່ງຂັນເຕະບານລາວລີກ2ປະຈຳປີ2024ຂອງແຂວງສະຫວັນນະເຂດຈະໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ ຊິງຂັນພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/25 ໃນຖານະສະໂມສອນຊະນະເລີດການແຂ່ງຂັນ ລາວລີກ 2 ເຊິ່ງຈະເລີ່ມການແຂ່ງຂັນໃນທ້າຍປີ 2024 ນີ້.