ຊ້າງນ້ອຍ ສ້າງປະຫວັດສາດ ເອົາຊະນະ ມຽວຢາວະດີ 3-0

01/09/2024

ການແຂ່ງຂັນບານເຕະ ຍິງຊີງແຊ້ມສະໂມສອນ ອາຊີ ລະດູການ 2024-2025 (AFC Women’s Champions League™ 2024/25 ) ຮອບຄັດເລືອກກຸ່ມ ເອ ຈັດຂຶ້ນຢູ່ທີ່ ປະເທດ ຊາອຸດິອາຣັບເບຍ, ນັດສຸດທ້າຍ ວັນທີ 31 ສິງຫາ 2024 ທີ່ຜ່ານມາແຂ່ງຂັນຢູ່ທີ່ສະຫນາມ Al Nassr Club Stadium ສະໂມສອນ ຊ້າງນ້ອຍ ຈາກລາວ ພົບ ສະໂມສອນ ມຽວຢາວະດີ ຈາກມຽນມາ ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນ ຊ້າງນ້ອຍ ເອົາຊະນະ ສະໂມສອນ ມຽວຢາວະດີ 3-0 ໂດຍ ຊ້າງນ້ອຍ ໄດ້ປະຕູຈາກ ເບີ 13 NANAMI SONE ນາທີ 25, ເບີ 6 SAKI YANAGISAWA ນາທີ 45+1, 78 ຈາກໄຊຊະນະ ດັ່ງກ່າວເປັນການຊະນະນັດທຳອິດ ຂອງ ສະໂມສອນ ຊ້າງນ້ອຍ ໃນການເປັນຕົວແທນຈາກ ສະໂມສອນບານເຕະຍິງ ຈາກລາວ ເຂົ້າຮ່ວມລາຍການ ການແຂ່ງຂັນບານເຕະ ຍິງຊີງແຊ້ມສະໂມສອນ ອາຊີ ລະດູການ 2024-2025 (AFC Women’s Champions League™ 2024/25 ).

 ສະຫລູບຕາຕະລາງ ຄະແນນ ອັນດັບ 1 ອາບູ ດາບີ ຄັນທີ ຄຣັບ ຈາກ ສະຫະລັດອາຣັບ ອີມີເຣດ ລົງສະຫນາມ 3 ນັດ ຊະນະ 3 ນັດ ມີ 9 ຄະແນນ, ອັນດັບ 2 ອັລ ນາສເສີ ຈາກ ຊາອຸດິ ອາຣັບເບຍ ລົງສະຫນາມ 3 ນັດ ຊະນະ 2 ນັດ ເສຍ 1 ນັດ ມິ 6 ຄະແນນ, ອັນດັບ 3 ຊ້າງນ້ອຍ ຈາກ ລາວ ລົງສະຫນາມ 3 ນັດ ຊະນະ 1 ນັດ ເສຍ 2 ນັດ ມີ 3 ຄະແນນ ແລະ ອັນດັບ ສຸດທ້າຍ ມຽວຢາວະດີ ຈາກມຽນມາ ລົງສະຫນາມ 3 ນັດ ເສຍ 3 ນັດ. ສຳລັບ ການແຂ່ງຂັນບານເຕະ ຍິງຊີງແຊ້ມສະໂມສອນ ອາຊີ ລະດູການ 2024-2025 (AFC Women’s Champions League™ 2025/26 ) ສະໂມສອນ ຈາກລາວ ໄດ້ສິດເຂົ້າຮ່ວມ 1 ທີມທີ່ ສຳລັບທີມທີ່ເປັນແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ 2024 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ).