ທະນາຄານ ມາຣູຮານ ສະໜັບສະໜູນການແຂ່ງຂັນກິລາບານເຕະຊິງຂັນນາຍົກລັດຖະມົນຕີ ລະດູການ 2024/2025

27/02/2025

ທະນາຄານ ມາຣູຮານ ໄດ້ມອບເງິນສະໜັບສະໜູນການແຂ່ງຂັນ ກິລາບານເຕະຊິງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/2025 ເປັນຈຳນວນເງິນ 100,000,000 ກີບ. ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ກຸມພາ 2025 ທີ່ຕຶກສຳນັກງານໃຫຍ່ຂອງທະນາຄານມາຣູຮານ, ບ້ານຫັດສະດີ, ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ.

ເປັນກຽດຂຶ້ນມອບເງິນສະໜັບສະໜູນໂດຍແມ່ນທ່ານ ເຄນຈິ ຄູໂຣກິ Kenji KUROKI ຮອງຜູ້ອຳນວຍການ ທະນາຄານມາຣູຮານແລະຂຶ້ນຮັບໂດຍທ່ານ ຈັນທະວົງ ສີລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໂດຍຊ່ອງໜ້າພະນັກງານທັງສອງຝ່າຍ.

ໃນພິທີທ່ານ ເຄນຈິ ຄູໂຣກິໄດ້ກ່າວວ່າ: ທະນາຄານພວກເຮົາໄດ້ໃຫ້ການສະໜັບສະໜູນ ສຕລ ຕິດຕໍ່ກັນມາ ເປັນເວລາ 3 ປີ ເຖິງແມ່ນວ່າການສະໜັບສະໜູນຈະມີມູນຄ່ານ້ອຍແຕ່ກໍ່ແມ່ນຄວາມຕັ້ງໃຈຂອງພວກເຮົາທີ່ຢາກໃຫ້ການສະໜັບສະໜູນການແຂ່ງຂັນໃນຄັ້ງນີ້.

ໂອກາດນີ້,ທ່ານ ຈັນທະວົງ ສີລິມະໂນທຳ ໄດ້ກ່າວສະແດງຄວາມຂອບໃຈມາຍັງທະນາຄານ ມາຣູຮານ ທີ່ໄດ້ເປັນຄູ່ຮ່ວມງານທີ່ດີ ແລະໃຫ້ການສະໜັບສະໜູນການແຂ່ງຂັນຄັ້ງນີ້ແລະຫວັງຢ່າງຍິ່ງວ່າໃນຕໍ່ໜ້າບໍ່ພຽງແຕ່ສືບຕໍ່ໃຫ້ການສະໜັບສະໜູນໃນການແຂ່ງຂັນເທົ່ານັ້ນ,ຕໍ່ການເຄື່ອນໄຫວກິດຈະກຳອື່ນໆຂອງສຕລກໍຈະໄດ້ຮັບການສະໜັບສະ ໜູນຕື່ມອີກຈາກທະນາຄານ ມາຣູຮານເຊັ່ນດຽວກັນ.