ຢູ-16 ສູນຝຶກຈໍາປີຈໍາປາ ແຂວງຫຼວງນໍ້າທາ 110 ຄົນ ຮ່ວມຄັດເລືອກນັກກິລາເຍົາວະຊົນພອນສະຫວັນດີເດັ່ນ ກ້າວສູ່ທີມຊາດໃນອະນາຄົດ
28/02/2025
ໃນລະຫວ່າງວັນທີ 21-23 ກຸມພາ 2025 ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນຈຳປີຈຳປາ ແຂວງຫຼວງນໍ້າທາ ທີ່ສະໜາມກິລາບານແຂວງຫຼວງນໍ້າທາ ເພື່ອເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກແຂວງຫຼວງນໍ້າທາ ແມ່ນໄດ້ຈຳນວນ 19 ຄົນ ແມ່ນຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງຫຼວງນໍ້າທາ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ. ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສະຫະພັນບານເຕະແຫ່ງຊາດລາວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.
ມາຮອດປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດໄດ້ ທັງໝົດ 6 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ ຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານແຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ, ສູນຝຶກຈຳປີຈຳປາ ເມືອງທ່າແຂກ ແຂວງຄຳມ່ວນ, ສູນຝຶກຈຳປີຈຳປາ ເມືອງປາກຊັນ ແຂວງບໍລິຄໍາໄຊ. ສຳລັບແຜນພັດທະນາສູນຝຶກຈຳປີຈຳປາ ໃນຕໍ່ໜ້າທາງ ສຕລ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວຄັດເລືຶອກນັກກິລາຢູ່ທີ່ແຂວງຄຳມ່ວນຕື່ມອີກ.