ເອສະຣາ ຄວ້າແຊ້ມ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ເປັນສະໄຫມທໍາອິດ

08/03/2025

ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ນັດຊີງຊະນະເລີດ ໄດ້ມີຂຶ້ນ ວັນທີ 08 ມີນາ 2025 ຢູ່ທີ່ສະຫນາມກິລາແຂວງຈໍາປາສັກ ເປັນການພົບກັນ ລະຫວ່າງ ສະໂມສອນ ບານເຕະ ເອສະຣາ ພົບ ສະໂມສອນ ບານເຕະ ຊ້າງນ້ອຍ ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນ ບານເຕະ ເອສະຣາ ເອົາຊະນະ ສະໂມສອນ ບານເຕະ ຊ້າງນ້ອຍ 2-1 ຕະຫລອດ 90 ນາທີ ເອສະຣາ ສະເຫມີ ຊ້າງນ້ອຍ 1-1 ຕ້ອງໄດ້ ຕໍ່ເວລາພິເສດອອກໄປ 30 ນາທີ, ເອສະຣາ ເຮັດໄດ້ດີກວ່າໃນໄລຍະເວລາຕໍ່ເວລາພິເສດ ເອົາຊະນະ ຊ້າງນ້ອຍ 2-1 ໂດຍ ເອສະຣາ ໄດ້ປະຕູຈາກ: ເບີ 8 ດາຫມົດ ທອງຄຳສະຫວັດ ນາທີ 45, ເບີ 4 ອານັນຕະຊາ ສີພົງພັນ ນາທີ 97 ຂະນະທີ່ ຊ້າງນ້ອຍ ໄດ້ປະຕູຈາກ: ເບີ 9 ກີ້ດາວອນ ສຸວັນນີ ນາທີ 77.


 ສະໂມສອນ ບານເຕະ ເອສະຣາ ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນລາງວັນ 200 ລ້ານກີບ ຂະນະທີ່ ອັນດັບ 2 ສະໂມສອນ ບານເຕະ ຊ້າງນ້ອຍ ໄດ້ຮັບຫລຽນ ແລະ ເງິນລາງວັນ 50 ລ້ານກີບ, ສ່ວນລາງວັນບຸກຄົນ ຄູຝຶກດີເດັ່ນ ທ່ານ ບຽງຊູນາ ຄູຝຶກ ສະໂມສອນ ບານເຕະ ເອສະຣາ, ນັກກິລາຍິງປະຕູສູງສຸດ ປີເຕີ້ ພັນທະວົງ ຈາກ ສະໂມສອນ ບານເຕະ ເອສະຣາ ຍິງໄດ້ 11 ປະຕູ, ນັກຮັບດີເດັ່ນ ກົບ ໂລກພະທິບ ຈາກ ສະໂມສອນ ບານເຕະ ເອສະຣາ ລົງສະຫນາມ 4 ນັດ ເສຍ 1 ປະຕູ ແລະ ນັກກິລາດີເດັ່ນ ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ.


ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ນັດຊີງຊະນະເລີດ ແມ່ນໄດ້ເລີ່ມການແຂ່ງຂັນນັບຕັ້ງແຕ່ ວັນທີ 23 ມັງກອນ 2025 ມີທີມເຂົ້າຮ່ວມ 16 ທີມເຂົ້າຮ່ວມ ຄື: ທີມຈາກ ລີກ 1 ມິ 8 ທີມ ປະກອບມີ: ສະໂມສອນ ບານເຕະ ຊ້າງນ້ອຍ, ສະໂມສອນ ບານເຕະ ມາດສເຕີ , ສະໂມສອນ ບານເຕະ ເອສະຣາ, ສະໂມສອນ ບານເຕະ ກອງທັບ, ສະໂມສອນ ບານເຕະ ຫຼວງພະບາງ, ສະໂມສອນ ບານເຕະ ຈຳປາສັກ, ສະໂມສອນ ບານເຕະ ນໍ້າທາ ຢຸູໄນເຕັດ ແລະ ສະໂມສອນ ບານເຕະ ມັດສະດ້າ ວຽງຈັນ ຂະນະ ທີມຈາກ ລີກ 2 ປະກອບມີ: ສະໂມສອນ ບານເຕະ ພີເອັມ ເຊກອງ, ສະໂມສອນບານເຕະ ທະຫານແຂວງຄຳມ່ວນ, ສະໂມສອນ ບານເຕະ ເມືອງເລົ່າງາມ, ສະໂມສອນ ບານເຕະ ສະຫວັນ ຢູໄນເຕັດ, ສະໂມສອນ ບານເຕະ ເມືອງພວນ, ສະໂມສອນ ບານເຕະ ທະຫານແຂວງຈຳປາສັກ, ສະໂມສອນ ບານເຕະ ທະຫານແຂວງຊຽງຂວາງ, ສະໂມສອນ ບານເຕະ ເຮືອເຫຼັກ.


  ເຂົ້າຮ່ວມພິທີປິດໃນຄັ້ງນີ້່ ມີ ພະນະທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ອາລຸນໄຊ ສຸວັນນະລາດ ສູນນະລາດ ເຈົ້າແຂວງ ແຂວງຈຳປາສັກ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ Henrik Andersen ຜູ້ອຳນວຍການໃຫຍ່ບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ, ແຟນບານ ແລະ ສື່່ມວນຊົນ ເຂົ້າຮ່ວມຊົມນັດດັ່ງກ່າວຢ່າງຟົດຟື້ນໂດຍມີແຟນບານທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຮັບຊົມທັງຫມົດ 5ພັນກວ່າ ຄົນ.