ຮອງເລຂາທິການ ສຕລ ສຳເລັດການເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ U17 ປີ2025

21/04/2025

          ໃນການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີຫຼືU17 ປີ2025 ສະຫະພັນບານເຕະອາຊີ ( AFC ) ໄດ້ເຊື້ອເຊີນທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ເຂົ້າຮ່ວມໃນຮອບສຸດທ້າຍຢູ່ທີ່ປະເທດຊາອຸດິ ອາຣັບບີ ໃນຖານະຜູ້ຄວບຄຸມການແຂ່ງຂັນລາຍການດັ່ງກ່າວນີ້,ທັງໄດ້ເປັນຜູ້ຄວບຄຸມການແຂ່ງຂັນທັງຫມົດ 9 ນັດ ເຊິ່ງເປັນຄັ້ງທຳອິດຂອງທ່ານ ຈັນທະວົງ ສິລິມະໂນທຳທີ່ໄດ້ຮັບຫນ້າທີ່ອັນຊົງກຽດນີ້ ພາຍຫຼັງທີ່ສາມາດຜ່ານການຄັດເລືອກເປັນຜູ້ຄວບຄຸມການແຂ່ງຂັນລະດັບອາຊີ( AFC Match Commissioners) ໃນທ້າຍປີຜ່ານມາ ເຊິ່ງເປັນຜູ້ຄວບຄຸມການແຂ່ງຂັນລະດັບອາຊີ ຄົນທີ 2 ຂອງ ສປປລາວ ຕໍ່ຈາກ ທ່ານ ນາງ ກັນຍາ ແກ້ວມະນີທີ່ເປັນເລຂາທິການສຕລໃນເວລານັ້ນແລະເປັນຮອງປະທານສຕລໃນປັດຈຸບັນ.

          ຜົນການແຂ່ງຂັນຄັ້ງນີ້ແມ່ນໄດ້ຈົບລົງຢ່າງສວຍງາມ ໂດຍນັດຊີງຊະນະເລີດ ທີມຊາດ ອຸສເບກິສຖານ ເອົາຊະນະ ທີມຊາດຊາອຸດິອາຣັບບີ 2-0.

         ຕໍ່ປະສົບການດັ່ງກ່າວ, ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ກ່າວວ່າ : ’’ ຮູ້ສຶກເປັນກຽດທີ່ໄດ້ຖືກແຕ່ງຕັ້ງຈາກ ສະຫະພັນບານເຕະອາຊີ ໃນການເປັນຜູ້ຄວບຄຸມການແຂ່ງຂັນໃນລາຍການດັ່ງກ່າວນີ້, ຮູ້ສຶກປະທັບໃຈທີ່ໄດ້ເປັນສ່ວນຫນຶ່ງຕາງຫນ້າໃຫ້ ສປປລາວ ກໍຄື ສະຫະພັນບານເຕະແຫ່ງຊາດລາວ ແລະ ປະສົບການທີ່ດີ ທີ່ໄດ້ຮັບຄວາມຮູ້ໃຫມ່ໆໃນຫລາຍດ້ານທີ່ຈະມານຳແບ່ງປັນ, ເຜີຍແຜ່ ການແຂ່ງຂັນພາຍໃນ ຂອງ ສະຫະພັນບານເຕະແຫ່ງຊາດລາວ, ຂໍຂອບໃຈມາຍັງ ສະຫະພັນບານເຕະອາຊີ ແລະ ສະຫະພັນບານເຕະແຫ່ງຊາດລາວ ທີ່ເປີດໂອໃຫ້ໄດ້ມີສ່ວນຮ່ວມໃນລາຍການໃຫຍ່ຂອງລະດັບອາຊີ, ຫວັງວ່າໂອກາດຫນ້າຈະໄດ້ຖືກແຕ່ງຕັ້ງເຂົ້າຮ່ວມລາຍການອື່ນໆຕື່ມອີກ ບໍ່ວ່າຈະເປັນການແຂ່ງຂັນລະດັບອາຊຽນ, ອາຊີ ແລະ ລະດັບໂລກ ໃນຕໍ່ຫນ້າ ‘’.

          ມາຮອດປັດຈຸບັນ,ສຕລ ໄດ້ສືບຕໍ່ສ້າງບຸກຄະລາກອນພາຍໃນໃຫ້ມີໂອກາດປະກອບສ່ວນໃນການແຂ່ງຂັນລະດັບພາກພື້ນແລະສາກົນ,ເຊິ່ງໃນປີ 2024 ກໍ່ໄດ້ສົ່ງ ທ່ານ ສັນຕິກອນ ແສງດາລາ, ຫົວໜ້າພະແນກຈັດການແຂ່ງຂັນ ໄປປະຕິບັດໜ້າທີ່ໃນການແຂ່ງຂັນບານເຕະ ຊິງແຊ້ມອາຊີ AFC Asian Cup ທີ່ປະເທດກາຕ້າ, ທ່ານ ນາງ ພຸດສະຫວັນ ຈັນທະວົງ, ກໍາມະການຕັດສິນລະດັບ AFC Elite ເຂົ້າຮ່ວມການແຂ່ງຂັນຂອງ AFC ຫຼາຍລາຍການ ແລະ ທ່ານ ປາດຖະໜາ ຂັນຕິຍະວົງ, ຫົວໜ້າຝ່າຍພົວພັນຕ່າງປະເທດ ທັງເປັນຜູ້ຮັບຜິດຊອບການປົກປ້ອງສິດທິເດັກນ້ອຍ ຂອງສະຫະພັນບານເຕະແຫ່ງຊາດລາວ ເຂົ້າຮ່ວມ ການແຂ່ງຂັນ ຟຸດຊໍ ຊິງແຊ້ມໂລກ 2024 ທີ່ປະເທດອຸສເບກິສຖານ ຮັບຜິດຊອບໜ້າທີ່ຊ່ວຍພິທີການໃນສະໜາມແຂ່ງຂັນ.