ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບ C ທີ່ ແຂວງສະຫວັນນະເຂດ

21/05/2025

            ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ຂື້ນໃນຕອນເຊົ້າວັນທີ 21 ພຶດສະພາ 2025 ທີ່ ຫ້ອງປະຊຸມ ສະຫນາມ ກິລາແຂວງສະຫວັນນະເຂດ,ໂດຍມີ ທ່ານ ໄພສານ ຈັນສີນາ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິ ທະຍາ ສຕລໃຫ້ກຽດເຂົ້າຮ່ວມ.

             ການຝຶກອົບຮົມແມ່ນຈະດຳເນີນໄປຈົນຮອດວັນທີ31 ພຶດສະພາ 2025,ໃນໄລຍະຝຶກອົບຮົມແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກ ຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມແລະອື່ນໆ.

            ເຂົ້າຮວ່ມໃນການຝຶກອົບຮົມຄັ້ງນີ້ຍັງມີທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລພ້ອມຄະນະ,ສຳມະກອນຈໍານວນ 24 ທ່ານ ທີ່ມາຈາກບັນດາສະໂມສອນລີກ 2 ແຂວງສະຫວັນນະເຂດ, ບັນດາເມືອງອ້ອມຂ້າງແຂວງສະຫວັນນະເຂດ,ຈາກປະເທດໄທ 5 ທ່ານ ແລະ ປະເທດກຳປູເຈຍ 1 ທ່ານ.