ຄໍາມ່ວນ ຊະນະ ນະຄອນຫຼວງວຽງຈັນ 3-0

30/10/2022

ການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ2022ເພດຊາຍໃນນັດທຳອິດຂອງຮອບແບ່ງກຸ່ມໃນວັນທີ29ຕຸລາ2022ກຸ່ມ ກໍ ຢູ່ທີ່ເດີ່ນຫ້ວຍຫົງນະຄອນຫຼວງວຽງຈັນເປັນການພົບກັນລະຫວ່າງທີມນະຄອນຫຼວງວຽງຈັນກັບທິມແຂວງຄໍາມ່ວນ.

ພາຍຫຼັງເລີ່ມການແຂ່ງຂັນເວລາທຳອິດໄດ້ພຽງ4ນາທີທິມແຂວງຄໍາມ່ວນກໍ່ສາມາດຍິງປະຕູນໍາໄປກ່ອນ 1-0 ຈາກການຍິງຂອງນັກກິລາໝາຍເລກ 21 ແສງເພັດດາລາສຸກ ໂດຍຍິງເຂົ້າມູມຊ້າຍຂອງປະຕູນະຄອນຫຼວງຢ່າງສວຍງາມ. ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ນະຄອນຫຼວງບຸກຢ່າງເຕັມທີເພື່ອຫວັງຈະຕີສະເໝີຂຶ້ນມາໃຫ້ໄດ້ ແຕ່ຄວາມພະຍາຍາມບໍ່ເປັນຜົນສໍາເລັດ. ມາຮອດນາທີ ທີ 63 ໝາຍເລກ 15 ກຸກກີ້ ພົນຫາລາດ ນັກກິລາຂອງແຂວງຄໍາມ່ວນຢູ່ໃກ້ກັບປະຕູໄດ້ຈັງຫວະທີ່ໄດ້ບານສົ່ງມາຈາກປີກຊ້າຍຍິງໄດ້ອີກເປັນປະຕູທີ ຈາກນັ້ນພຽງ 16 ນາທີຕໍ່ມາ ຈອນນີ້ ໄຊຍະຫຼວງສີ ນັກກິລາຂອງແຂວງຄໍາມ່ວນໄດ້ບານຈາກກອງກາງນໍາດ່ຽວຂຶ້ນໄປຍິງໄດ້ຕື່ມອີກເປັນປະຕູທີ 3. ສິ້ນສຸດເວລາການແຂ່ງຂັນທິມແຂວງຄໍາມ່ວນຊະນະນະຄອນຫຼວງວຽງຈັນ 3-0.