ແຂວງຈໍາປາສັກ ສະເໝີກັບ ແຂວງຫົວພັນ 0-0

31/10/2022

ການແຂ່ງຂັນກິລາບານເຕະແຫ່ງຊາດປະຈໍາປີ 2022 ໃນວັນທີ 29 ຕຸລາ 2022 ກູ່ມ ຄໍ ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເດີ່ນໃນ ເປັນການພົບກັນລະຫວ່າງ ທີມບານເຕະແຂວງຈໍາປາສັກ ກັບ ທີມບານເຕະແຂວງຫົວພັນ. ການແຂ່ງຂັນລະຫວ່າງຄູ່ນີ້ເຕັກນິກການຫຼິ້ນແມ່ນເທົ່າທຽມກັນຈົບການແຂ່ງຂັນຜົນປະກົດວ່າສະເໝີກັນ 0-0. ສໍາລັບແຂວງຫົວພັນໃນປີນີ້ແມ່ນມີການກະກຽມ ແລະ ປັບປູງທີມມາເປັນຢ່າງດີຖ້າທຽບໃສ່ໃນປີທີ່ຜ່ານມາຄືປີ 2020 ນັກກິລາກໍ່ແມ່ນຄັດເລືອກພາຍໃນແຂວງເປັນສ່ວນໃຫຍ່.

ສໍາລັບຄູ່ທີ ໃນກຸ່ມ ຄໍ ເປັນການພົບກັນລະຫວ່າງທີມບານເຕະ ແຂວງສະຫວັນນະເຂດ ກັບ ທິມບານເຕະແຂວງຫຼວງພະບາງ ຢູ່ທີ່ເດີ່ນກິລາ ກອງທັບ ຫຼັກ5. ຜົນການແຂ່ງຂັນລະຫວ່າງຄູ່ນີ້ ແຂວງຫຼວງພະບາງຊະນະແຂວງສະຫວັນນະເຂດ 2-1.

ແຂວງສະຫວັນນະເຂດນໍາປະຕູໄປກ່ອນໃນນາທີ ທີ ຈາກການຍິງຂອງຈິດຕະກອນ ວໍລະເດດ ຈາກນັ້ນຫ່າງກັນພຽງ ນາທີຄືໃນນາທີ ທີ 16 ແຂວງຫຼວງພະບາງຕີສະເໝີຂຶ້ນມາໄດ້ ແລະ ສະເໝີກັນຢູ່ 1-1 ໃນເຄິ່ງເວລາທີ 1. ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ໃກ້ຈະສິ້ນສຸດເວລາຂອງການແຂ່ງຂັນໃນນາທີ ທີ 82 ອຸດອນ ວັນນະລາດ ນັກກິລາຂອງແຂວງຫຼວງພະບາງຍິງປະຕູໄດ້ອີກເປັນປະຕູທີ ເຊິ່ງເປັນປະຕູໄຊໃນການແຂ່ງຂັນຄັ້ງນີ້. ຈົບການແຂ່ງຂັນແຂວງຫຼວງພະບາງຊະນະແຂວງສະຫວັນນະເຂດ 2-1.