ນະຄອນຫຼວງວຽງຈັນຊະນະຫຼວງພະບາງ 4 ປະຕູຕໍ່ 0

10/11/2022

ການແຂ່ງຂັນບານເຕະແຫ່ງຊາດ ໃນຮອບຮອງຊະນະເລີດ ຄູ່ທີ 2 ເປັນການພົບກັນລະຫວ່າງ ທິມບານເຕະຫຼວງພະບາງກັບນະຄອນຫຼວງວຽງຈັນ ການແຂ່ງຂັນໃນເຄິ່ງເວລາທີ 1 ນະຄອນຫຼວງວຽງຈັນເປັນຝ່າຍບຸກ ແລະ ຄອງບານໄດ້ຫຼາຍກ່ວາຫຼວງພະບາງແຕ່ກໍ່ບໍ່ສາມາດຍິງປະຕູໄດ້ ສ່ວນຫຼວງພະບາງກໍ່ພະຍາຍາມເຕັມທີ່ແຕ່ບໍ່ປະສົບຜົນສໍາເລັດເຮັດໃຫ້ຜົນການແຂ່ງຂັນໃນເຄິ່ງເວລາທີ 1 ສະເໝີກັນຢູ່ 0 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ນະຄອນຫຼວງວຽງຈັນສືບຕໍ່ການບຸກ ເລີິ້ມຕົ້ນການແຂ່ງຂັນຂອງເຄິ່ງເວລາທີ 2 ບໍ່ພໍນາທີ ນະຄອນຫຼວງວຽງຈັນສາມາດຍິງປະຕູທໍາອິດໄດ້ ໃນຂະນະທີ່ໝາຍເລກ 12 ສຸວັນວິໄລ ຍຸດທະວົງ ນັກກິລາຂອງນະຄອນຫຼວງລາກບານໄປທາງດ້ານຊ້າຍແລ້ວສົ່ງໃຫ້ ສຸກສະຫວັນ ໄຊຍະລິນ ໄດ້ຍິງເຂົ້າປະຕູຂອງຫຼວງພະບາງ. ຈາກນັ້ນໃນນາທີ ທີ 60 ນະຄອນຫຼວງວຽງຈັນໄດ້ເຕະລູກແຈຢູ່ທາງແຈດ້ານຂວາ ຜ່ານເຂົ້າໄປໃນກອບເຂດໂທດນັກກິລາຂອງນະຄອນຫຼວງວຽງຈັນໃຊ້ຫົວຕີບານຕໍາຄານເທິງປະຕູດອນອອກມາຕໍາເອົາຫົວຜູ້ຫຼິ້ນຂອງແຂວງຫຼວງພະບາງເຂົ້າປະຕູໂຕເອງ ເຮັດໃຫ້ນະຄອນຫຼວງວຽງຈັນນໍາຫ່າງອອກໄປເປັນ 2 ປະຕູຕໍ່ 0. ຫຼວງພະບາງເມື່ອເສຍປະຕູໄປແລ້ວກໍ່ບຸກກັບຄືນ ແລະ ກໍ່ມີໂອກາດລຸ້ນຫຼາຍຄັ້ງ ແຕ່ຜູ້ຮັກສາປະຕູຂອງນະຄອນຫຼວງວຽງຈັນ ສາມາດປ້ອງກັນລູກຍິງຈາກຫຼວງພະບາງໄວ້ໄດ້ດີ. ການແຂ່ງຂັນມາຮອດນາທີ ທີ 78 ໝາຍເລກ 7 ວິໄລ ກຸລັງສີ ນັກກິລາຂອງນະຄອນຫຼວງວຽງຈັນໄດ້ບານໂຕ້ກັບຈາກດ້ານຫຼັງບຸກຂຶ້ນມາທາງດ້ານຂວາແລ້ວສົ່ງໃຫ້ ພູມິນ ຄໍາພິວົງ ຢູ່ທາງດ້ານຊ້າຍ ແລະ ພູມິນ ຍິງເຂົ້າໄປເປັນປະຕູທີ 3 ຈາກນັ້ນໃນໄລຍະຕໍ່ເວລາ ວິໄລ ກຸລັງສີ ໄດ້ພານະຄອນຫຼວງວຽງຈັນນໍາຫ່າງອອກໄປອີກເປັນປະຕູທີ 4 ຈົບການແຂ່ງຂັນ ນະຄອນຫຼວງວຽງຈັນຊະນະຫຼວງພະບາງ 4 ປະຕູຕໍ່ 0 ແລະ ໄດ້ຜ່ານເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດໃນວັນທີ 12 ພະຈິກ 2022 ເຊິ່ງຈະພົບກັບ ຊຽງຂວາງ ໃນເວລາ 16:00 ທີ່ສະໜາມກິລາແຫ່ງຊາດຫຼັກ 16.