ຊຽງຂວາງ ຊະນະ ອັດຕະປື ແລະ ຜ່ານເຂົ້າຮອບຊິງຊະນະເລີດ

10/11/2022

ການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ທີມທີ່ໄດ້ເຂົ້າຮອບຮອງຊະນະເລີດລວມມີ4 ທີມຄືຫຼວງພະບາງ, ຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ ອັດຕະປື.

ການແຂ່ງຂັນໃນຮອບຮອງຊະນະເລີດໃນວັນທີ 09 ພະຈິກ 2022 ຄູ່ທີ1 ເປັນການພົບກັນລະຫວ່າງ ທີມກິລາບານເຕະຊຽງຂວາງ ກັບອັດຕະປື ໃນເວລາ 15:30 ແລະ ຄູ່ທີ 2 ເປັນການພົບກັນລະຫວ່າງຫຼວງພະບາງ ກັບ ນະຄອນຫຼວງວຽງຈັນ ໃນເວລາ 18:30.

ການແຂ່ງຂັນໃນເຄິ່ງເວລາທີ 1 ຂອງຄູ່ທໍາອິດ ລະຫວ່າງຊຽງຂວາງ ກັບອັດຕະປື ເກມການຫຼິ້ນຖືວ່າເປັນເກມແບບເບົາໆ ຊຽງຂວາງເປັນຝ່າຍຄອງບານຫຼາຍກ່ວາສ່ວນອັດຕະປືຫຼິ້ນຮູບແບບຕ້ານຫຼາຍກ່ວາກອງຫຼັງຂອງອັດຕະປືລົງໄປຕ້ານແບບເປັນໜ້າກະດານ. ອັດຕະປືກໍ່ມີໂອກາດລຸ້ນຢູ່ຕໍ່ໜ້າປະຕູເຊັ່ນດຽວກັນແຕ່ບໍ່ປະສົບຜົນສໍາເລັດ ສິ້ນສຸດເວລາຂອງການແຂ່ງຂັນ ທັງຄູ່ສະເໝີກັນຢູ່ 0 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ຕ່າງຝ່າຍຕ່າງເປີດເກມບຸກໃສ່ກັນ ທິມຊຽງຂວາງຕີໄຂ່ແຕກໄດ້ ໃນຂະນະທີ່ໝາຍເລກ 15 ສຸລີ ຍັນລາສີ ຍິງປະຕູໃຫ້ກັບຊຽງຂວາງໄດ້ຢ່າງສໍາເລັດໃນນາທີທີ 62 ຈາກນັ້ນ 20 ນາທີຕໍ່ມາ ເຫຼັກໂຕຊາ ທອງສະຫວັດ ຜູ້ຫຼິ້ນຂອງທິມອັດຕະປືຍິງປະຕູສະເໝີຂຶ້ນມາໄດ້ໃນນາທີ ທີ 82. ສິ້ນສຸດເວລາຂອງການແຂ່ງຂັນສະເໝີກັນຢູ່ 1 ປະຕູຕໍ່ 1 ຈຶ່ງຕັດສິນໂດຍການຍິງບານຢູ່ຈຸດໂທດຝ່າຍລະ 5 ລູກ. ຜົນຂອງການຍິງບານຢູ່ຈຸດໂທດປະກົດວ່າຊຽງຂວາງ ເອົາຊະນະ ອັດຕະປື 4 ປະຕູຕໍ່ 3 ເຮັດໃຫ້ ຊຽງຂວາງໄດ້ຜ່ານເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ ໃນລາຍການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022.