ນະຄອນຫຼວງວຽງຈັນຊະນະເລີດການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022

12/11/2022

ນະຄອນຫຼວງວຽງຈັນຊະນະເລີດການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022

ການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ຮອບຊິງຊະນະເລີດໄດ້ເລີິ້ມເປີດສາກຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2022 ໃນເວລາ 16:00 ທີ່ ສະໜາມກິລາແຫ່ງຊາດ ຫຼັກ 16. ເຊິ່ງເປັນການພົບກັນລະຫວ່າງ ທີມກິລາບານເຕະແຂວງຊຽງຂວາງ ກັບ ທີມກິລາບານເຕະ ນະຄອນຫຼວງວຽງຈັນ.

ການແຂ່ງຂັນໃນເຄິ່ງເວລາທີ 1 ຕ່າງຝ່າຍຕ່າງເປີດເກມບຸກໃສ່ກັນ ແຕ່ນະຄອນຫຼວງວຽງຈັນເປັນຝ່າຍຄອງບານຫຼາຍກ່ວາ ມາຮອດນາທີ ທີ 5 ນັກກິລາໝາຍເລກ 12 ຂອງນະຄອນຫຼວງວຽງຈັນ ສຸວັນວິໄລ ຍຸດທະວົງ ໄດ້ບານທີ່ສົ່ງມາຈາກທາງດ້ານຫຼັງນໍາບານຂຶ້ນມາເຂົ້າກອບເຂດໂທດແລ້ວສົ່ງໃຫ້ກັບໝາຍເລກ 9 ອາຄົມ ທໍໍລະນິນ ແລະ ອາຄົມໄດ້ຈັງຫວະຍິງຜ່ານຜູ້ຮັກສາປະຕູຂອງຊຽງຂວາງເຂົ້າຕາໜ່າງໄປເປັນປະຕູທໍາອິດຂອງນະຄອນຫຼວງວຽງຈັນຢ່າງສວຍງາມ. ນະຄອນຫຼວງວຽງຈັນສືບຕໍ່ການບຸກ ແລະ ມີໂອກາດໄດ້ລຸ້ນຢູ່ຕໍ່ໜ້າປະຕູຫຼາຍກ່ວາ ສ່ວນຊຽງຂວາງມີໂອກາດໜ້ອຍທີ່ຈະນໍາບານເຂົ້າໃກ້ປະຕູຂອງນະຄອນຫຼວງວຽງຈັນ. ສິ້ນສຸດເວລາຂອງການແຂ່ງຂັນໃນເຄິ່ງເວລາທີ 1 ນະຄອນຫຼວງເປັນຝ່າຍນໍາຊຽງຂວາງ 1 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ຊຽງຂວາງ ເປີດເກມບຸກເພື່ອຫວັງຈະຕີສະເໝີໃຫ້ໄດ້ ແລະ ກໍ່ມີໂອກາດໄດ້ລຸ້ນຫຼາຍຄັ້ງ ແຕ່ກອງຫຼັງຂອງນະຄອນຫຼວງວຽງຈັນແມ່ນປ້ອງກັນໄວ້ໄດ້ດີ. ການແຂ່ງຂັນມາຮອດນາທີ ທີ 82 ວິໄລ ກຸລັງສີ ໄດ້ບານທີ່ສົ່ງມາຈາກດ້ານຫຼັງ ນໍາບານອອກໄປທາງປີກຂວາ ຜູ້ຮັກສາປະຕູຂອງຊຽງຂວາງອອກມາຕັດເອົາບານແຕ່ ວີໄລ ຫັກບານຫຼີກອອກມາແລ້ວຍິງເຂົ້າປະຕູນໍາຫ່າງອອກໄປເປັນປະຕູທີ 2 ຂອງນະຄອນຫຼວງວຽງຈັນ ແລະ ເປັນປະຕູໄຊໃຫ້ກັບນະຄອນຫຼວງວຽງຈັນໃນຮອບຊິງຊະນະເລີດ. ເປັນອັນວ່ານະຄອນຫຼວງວຽງຈັນ ຊະນະ ແຂວງຊຽງຂວາງ 2 ປະຕູຕໍ່ 0 ແລະ ເປັນທີມຊະນະເລີດໃນການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022.